ແຜ່ນດິນໄຫວຢູ່ເມືອງເງິນ ມີ​ເຮືອນ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 1 ຫຼັງ

    0
    442

    ແຜ່ນດິນໄຫວຢູ່ເມືອງເງິນ ມີ​ເຮືອນ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 1 ຫຼັງ ອິງຕາມການລາຍງານ ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນການເກັບ

    ກໍາຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 8 ກໍລະກົດ 2021 ນີ້ວ່າ: ໃນວັນທີ 7 ກໍລະກົດ 2021 ເວລາ 13​ ​ໂມງ​ 43 ນາທີ ມີແຜນ

    ດິນໄຫວຈຸດສູນກາງຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ ຈຳນວນ 1 ຄັ້ງ, ຄວາມແຮງສັນສະເທືອນວັດແທກໄດ້ 4,9 ຣິກເຕີ ຊື່ງມີຄວາມເລິກຈາກໜ້າດິນລົງ​ໄປ

    15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ ຊຶ່ງສ້າງຜົນເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນ​ພໍ​ສົມ​ຄວນ ​ໂດຍ​ເຫດ​ການ​ດັ່ງ​

    ກ່າວ​ສົ່ງ​ຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1 ຫຼັງຄື: 1 ຄອບຄົວ, ຈໍານວນພົນ 4 ຄົນ ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17 ລ້ານກີບ. ສ່ວນບ້ານອື່ນໆ ແມ່ນມີຄວາມເສຍຫາຍເລັກນ້ອຍ.

    ຂ່າວ-ພາບ: ອິນແປງ ແຫວນຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.