ຈາກໂພສ Kabuea Tonoy PT ອິດສາກັນທັງເມືອງ ໂພສໄວ້ວ່າ
ມີຄົນບອກວ່າຜົວເຮັດດີເພາະຢູ່ໃນຊ່ວງໂປໂມຊັ່ນ ຂໍໂທດເດີ 8 ປີແລ້ວ ລູກ 2 ແລ້ວ ມັນກາຍຊ່ວງໂປໂມຊັ່ນລະຕິເບາະ
ແລະ ອີກຢ່າງຫນື່ງຄັນຜູ້ຊາຍມັນຊົວ ຫລື ດີ ຜູ້ຊິຮັກລູກຮັກເມຍບໍ່ຮອດ 2~3 ປີ ກະຮູ້ແລ້ວ ບາງຄົນເມຍຖືພາຢູ່ຄາທ້ອງມັນກະອອກລິດແລ້ວ
ເຈົ້າເປັນຜູ້ຊາຍ ແລ້ວເຫັນຜູ້ຊາຍຄືກັນເຮັດແບບນັ້ນ ແລ້ວເຈົ້າຍ້ອນເບິ່ງໂຕເອງແລ້ວເຈົ້າບໍ່ມີຈັກຢ່າງເລີຍແມ່ນບໍ່ທີ່ຈະເຮັດໃຫ້ແຟນ ຫລື ເມຍ ເພາະພຶດຕິກຳທີ່ບໍ່ເຄິຍໄຫ້ກຽດຄົນອື່ນ ບໍ່ບອກກະຮູ້ວ່າເຈົ້າເປັນຄົນແບບໃດ
ຊິບອກວ່າຢູ່ນຳກັນມາຮອດມື້ນີ້ ບໍ່ເຄີຍຜິດກັນເລື່ອງຊູ້ເລື່ອງສາວແມ້ແຕ່ຄັ້ງດຽວ ຜິດເລື່ອງອື່ນນີ້ຜິດ ຈຸກໆຈິກໆ ຍ້ອນນິໃສຜູ້ຍິງ ແຕ່ສ່ວນຫລາຍຜົວກະຍອມບໍ່ໂຕ້ຕອບລະກະແລ້ວ ຊີວິດຄອບຄົວມັນບໍ່ມີຫຍັງຍຸ້ງຍາກດອກ
ຜູ້ຊາຍທຸກຄົນຕ້ອງການສັງຄົມຫມົດ ແລະ ຄວນຮູ້ວ່າຕອນນີ້ສັງຄົມໂຕເອງຄວນຢູ່ສະຖານະໃດ ບໍ່ແມ່ນມື້ໃດກະຊຸ່ມເຫລົ້າຊຸ່ມເບຍ ລະເອີ້ນວ່າສັງຄົມ ສັງຄົມມີໄດ້ ຄວນມີໃຫ້ຖືກທີ່ຖືກເວລາ
ຖ້າຈະແມ່ນຜົວແກ້ວເມຍທິບ ຜົວຮັ່ງເມຍມີແທ້ ບໍ່ຈຳເປັນຕ້ອງອົດ ບໍ່ຈຳເປັນຕ້ອງປ່ຽນ ບໍ່ຈຳເປັນຕ້ອງພະຍາຍາມ ທຸກຢ່າງມັນຈະປ່ຽນໃຫ້ເຮົາແບບອັດຕະໂນມັດເອງ ຢູ່ນຳກັນດວ້ຍຄວາມສຸກທຸກມື້ ບໍ່ແມ່ນຢູ່ນຳກັນດ້ວຍຄວາມທໍລະມານ
ສຸດທ້າຍ ບາງຈຳພວກຖ້າເຍາະເຍີຍ ຖ້າເບິ່ງວ່າຕໍ່ໄປຜົວຂ້ອຍຊິເປັນແບບໃດ ອານາຄົດເປັນແບບໃດຂ້ອຍກະຍັງບໍ່ຮູ້ຄືກັນ ຢູ່ກັບປະຈຸບັນນີ້ໄຫ້ດີທີ່ສຸດ ກາຍັງດີທີ່ຄັ້ງຫນື່ງໃນຊີວິດເຮົາເຄີຍມີ
ຈາກ: Kabuea Tonoy PT