ແຂວງວຽງຈັນ ໃນເມືອງໂພນໂຮງຕອນນີ້ກຳລັງຢູ່ໃນສະຖານະການລຳບາກ ຜູ້ຕິດໂຄວິດທົ່ວແຂວງມີ 65 ຄົນ ແຕ່ເກືອບທັງໝົດຢູ່ເມືອງໂພນໂຮງ ທີ່ໜ້າເປັນຫ່ວງມີເດັກທີ່ອາຍຸຕ່ຳກວ່າ 15 ປີຫຼາຍຄົນ ເຊິ່ງຕອນນີ້ເຈົ້າໜ້າທີ່ຕ້ອງກວດກາເວນຍາມຢ່າງເຂັ້ມງວດ ບໍ່ໃຫ້ມີການເຄື່ອນໄຫວເຂົ້າ-ອອກຂອງປະຊາຊົນໃນ 7 ບ້ານທີ່ນອນໃນເຂດແດງ ເພື່ອບໍ່ໃຫ້ມີການແຜ່ເຊື້ອຕໍ່.
ໃນຈໍານວນ 7 ບ້ານພາຍໃນເມືອງໂພນໂຮງ ຖືກກຳນົດເປັນເຂດແດງ ອັນເນື່ອງມາຈາກມີຜູ້ຕິດເຊື້ອພະຍາດໂຄວິດ-19 ປະກອບມີ ບ້ານຫລັກ 52, ນາເລົາ, ບ້ານໃໝ່, ນາບອນ, ໜອງປຸ່ງ, ໂພນທັນ ແລະ ບ້ານສີວິໄລ.
ເຊີ່ງມາຮອດວັນທີ 7 ກໍລະ ກົດ 2021 ທັງ 7 ບ້ານມີຜູ້ຕິດເຊື້ອລວມກັນແລ້ວ 45 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 65 ຄົນ ພາຍໃນແຂວງວຽງຈັນ.
ທ່ານ ສົມປະສົງ ສຸວັນຄໍາຈັນ, ເຈົ້າເມືອງໆ ໂພນໂຮງ, ແຂວງວຽງຈັນ ໃຫ້ສໍາພາດວ່າ: ທັງ 7 ບ້ານທີ່ຖືກກຳນົດເປັນເຂດແດງ ແມ່ນອະນຸຍາດໃຫ້ເຂົ້າ-ອອກສໍາລັບຜູ້ທີ່ມີຄວາມຈຳເປັນເທົ່ານັ້ນ ໂດຍມີທຸກຂະແໜງການຂອງແຂວງ, ເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເຮັດວຽກຮ່ວມກັນເພື່ອຄວບ ຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ເກັບຕົວ ຢ່າງຜູ້ທີ່ສໍາຜັດໃກ້ສິດກັບຜູ້ຕິດເຊື້ອໄປກວດກາເຊື້ອແລ້ວ 280 ຕົວຢ່າງ ເຊີ່ງຢູ່ໃນໄລຍະລໍຖ້າຟັງຜົນໃນປັດຈຸບັນນີ້.
ສໍາລັບຜູ້ທີ່ມີຈຸດປະສົງເດີນທາງໄປທາງພາກເໜືອ ຫລື ເດີນທາງເຂົ້າໄປແຂວງວຽງຈັນ ແຕ່ມີຄວາມຈຳເປັນຕ້ອງຜ່ານບັນດາບ້ານທີ່ກຳນົດເປັນເຂດແດງ ແມ່ນສາມາດເດີນທາງຜ່ານໄດ້ ແຕ່ຫ້າມຈອດລົດເດັດຂາດ ເພາະແຕ່ລະບ້ານມີເຈົ້າໜ້າທີ່ກ່ຽວຂ້ອງເວນຍາມຢ່າງເຂັ້ມງວດທີ່ສຸດຈົນກວ່າຈະຄົບກຳນົດ 14 ວັນ.