ກະເສດພາລວຍ…!!! ຂັ້ນຕອນການປູກ ” ຜັກກາດຂາວ ” ປູກງ່າຍໃຫຍ່ໄວ້ ຕະຫຼາດຕ້ອງການຕະຫຼອດປີ ໄລຍະເກັບກ້ຽວສັ່ນເຮັດເອງປອດສານພິດ.

    0
    260

    + ເພາະເປັນຜັກທີ່ເປັນຕ້ອງການຂອງຕະຫຼາດທຸກວັນບໍລິໂພກສົດໄດ້ ເປັນສ່ວນປະກອບຂອງເມນູຕ່າງໆໄດ້ຫຼາກຫຼາຍຢ່າງ ການປູກກໍ່ງ່າຍປູກໄດ້ເກືອບທຸກໆປະເພດດິນ ໃນທົ່ວປະເທດຜັກກາດຂາວສາມາດປູກໄດ້ຕະຫຼອດທັ້ງປີ

    ໃຜທີ່ກຳລັງຊອກຫາຊ່ອງທາງສ້າງລາຍໄດ້ຫຼືເປັນອາຊີບເສີມພືດຜັກເຮັດເງີນ ຜັກກາດຂາວຈິ່ງໜ້າສົນໃຈເກັບໄວ້ພິຈາລະນາ ຫາກຕ້ອງການເຮັດທຸລະກິດການກະເສດ

    + ຜັກກາດຂາວພັນທີ່ນິຍົມ
    1. ຜັກກາດຂາວພັນເຂົ້າປີ
    2. ຜັກກາດຂາວພັນກົມ
    3. ຜັກກາດຂາວພັນຫໍ່

    + ວິທີການປູກຜັກກາດຂາວ
    ສຳລັບການປູກຜັກກາດຂາວໃນພື້ນທີ່ຫຼາຍກວ້າງເພື່ອຂ່າຍ ການຫ່ວານແກ່ນພັນຈະໃຊ້ອັດຕາສ່ວນ 200-500ກຼາມຕໍ່ໄລ່ ສຳລັບໃຜທີ່ປູກບໍ່ຫຼາຍກໍ່ສາມາດຄຳນວນຈາກອັດຕານີ້ໄດ້ ຫຼື ຈະປະມານຈາກຄວາມເໝາະສົມ

    + ການກຽມດີນປູກຜັກກາດຂາວ
    ໂດຍການໂຖໃຫ້ເລິກ 30-40 ຊມ ຕາກດິນໄວ້ປະມານ 1-2 ອາທິດແລ້ວຍ່ອຍດິນໃຫ້ມຸ້ນລະອຽດໃສ່ຝຸ່ນໝັກຫຼືຝຸ່ນຄອກຖ້າເຮັດເປັນອາຊີບຫຼັກໃສປະມານ 2000 ກກ ຕໍ່ໄລ່ ປະສົມໃຫ້ເຂົ້າກັນກັບດິນ

    ເຮັດແປງປູກກ້ວາງຍາວປະມານ 1×4 ແມັດ ຫຼັງຈາກໄດ້ຕົ້ນກ້າອາຍຸປະມານ 15 ວັນ ກໍ່ສາມາດນຳມາປູກໃນແປງທີ່ກຽມໄວ້ໄດ້ ໄລຍະຫ່າງຕົ້ນປະມາ 40-50 ຊມ

    + ການດູແລເບິ່ງແຍງຜັກກາດຂາວ
    – ເນື່ອງຈາກເປັນພືດທີ່ຕ້ອງການນ້ຳທີ່ສະໜ່ຳສະເໝີ ຈິ່ງຕ້ອງຫົດນ້ຳຢ່າງພຽງພໍ ຖ້າຂາດນ້ຳຈະບໍ່ເຕີບໃຫຍ່ ໂດຍສະເພາະຊ່ວງທີ່ກຳລັງຫໍ່ຫົວ

    ການໃຊ້ປຸ໋ຍໃຫ້ໃຊ້ນ້ຳໝັກຊີວະພາບບຳລຸງຕົ້ນ 2 ບ່ວງແກງ ປະສົມກັບນ້ຳ 1 ລິດຫົດທຸກໆ 3 ວັນ ແລະໃສ່ປຸ໋ຍໝັກຊີວະພາບຫຼັງການຖອນແຍກທຸກໆ 10 ວັນຈົນຮອດມື້ເກັບກ້ຽວ

    + ການປ້ອງກັນສັດຕູພືດ
    ໂລກໃບດ່າງຂອງຜັກກາດຂາວໃຫ້ໃຊ້ ແກ່ນທີ່ປາສະຈາກແລະຂ້າເຊື້ອກ່ອນນຳໄປູກແຊ້ໃນນ້ຳອຸ່ນປະມານ 50ບ60 ອົງສາເປັນເວລາ 20ບ30 ນາທີ

    ສ່ວນໂລກຄໍເນົ່າທີ່ເກີດຈາກແບັດທີເລຍ ປ້ອງກັນງ່າຍໆໂດຍການຫວ່ານແກ່ນຢ່າໃຫ້ໜາຈົນເກີນໄປຖ້າມີໜອນແລະເພ້ຍມາກວນໃຫ້ໃຊ້ໃບກະເດົາບົດໃຫ້ມຸ້ນປະສົມກັບ

    ຫົວສີໃຄຫອມແຊ້ນ້ຳ 20 ລິດໝັກໄວ້ 1 ຄືນຈາກນັ້ນຕອງເອົາແຕ່ນ້ຳປະສົມກັບນ້ຳ 1/20 ສີດພົ້ນເຊົ້າແລງ ທຸກໆ 3 ມື້ກໍ່ຈະຊ່ວຍເລື່ອງໜອນເພ້ຍທີ່ມາລົບກວນໄດ້

    + ການເກັບກ້ຽວ
    ເມື່ອອາຍຸໄດ້ປະມານ 45 ວັນສາມາດນຳໄປປະກອບອາຫານຫຼືຂາຍໄດ້ ສຳລັບການປູກເປັນອາຊີບຫຼັກນັ້ນ ຕ້ອງສຶກສາຕະຫຼາດໃນພື້ນທີ່ໃຫ້ລະອຽດສາກ່ອນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.