ເມືອງໄທມາເຖິງຈຸດນີ້ແລ້ວ ໜ້າເສົ້າທີ່ສຸດບ້ານເຮົາຢ່າໄດ້ປະໝາດເລີຍ

    0
    199

    ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງແຜ່ໄວ ແລະສ່ຽງຕໍ່ຊີວິດອິນຊີຂອງຜູ້ຖືເຊື້ອເປັນທີ່ສຸດ ເຊິ່ງຢູ່ຕ່າງປະເທດຫຼາຍຕໍ່ຫຼາຍຄົນຕ້ອງຈຳໃຈຈາກຍ້ອນສະພາບແວດລ້ອມບໍ່ເອື້ອອຳນວຍທີ່ຈະຊ່ວຍຕົນໃຫ້ລອດພົ້ນຈາກມະຫັນຕະໄພອັນແສນໂຫດຮ້າຍນີ້ ແລະຫຼ້າສຸດເຮົາໄດ້ເຫັນພາບຂອງພີ່ນ້ອງຊາວໄທທີ່ໃກ້ເຮົາທີ່ສຸດກໍ່ຕົກຢູ່ໃນສະຖານະການລຳບາກ ຕ້ອງມານັ່ງນອນລໍຖ້າກວດໂຄວິດຂ້າມເວນຂ້າມຄືນ .

    ໃນວັນທີ 8 ກໍລະກົດເປັນມື້ທີ່ໄທພົບຜູ້ຕິດເຊື້ອຫຼາຍເຖິງ 7.000 ກວ່າກໍລະນີ ແລະຍັງມີພາບປະຊາຊົນມາຕໍ່ແຖວກັນລໍຖ້າກວດໂຄວິດຈຳນວນຫຼາຍສົມຄວນ ບາງຄົນມາແດ່ກໍ່ເອົາມຸ້ງເອົາຕຽງເສີມມາກາງນອນຖ້າຕາມຖະໜົນຫົນທາງ ຜູ້ບໍມີກໍມານອນຕາມພື້ນເພື່ອຖ້າຮັບບັດຄີວ.

    ຕາມຂ່າວເລື່ອງເລົ່າເຊົ້ານີ້ລາຍງານ ປະຊາຊົນທີ່ຈະມາກວດໂຄວິດມື້ຕໍ່ໄປຕ້ອງມາຕໍ່ຄີວກັນແຕ່ປະມານ 6 ໂມງແລງເນື່ອງຈາກກ່ອນໜ້ານັ້ນມາຕອນ 4 ໂມງເຊົ້າປະກົດວ່າບໍ່ໄດ້ບັດຄີວແລ້ວ.

    ດັ່ງນັ້ນ, ເພື່ອໃຫ້ໄດ້ຮັບບັດຄີວ ແລະໄດ້ເຂົ້າກວດໄວຂຶ້ນ ປະຊາຊົນຈິ່ງເອົາເຕັ້ນມາກາງໄວ້ ປູເສື່ອປັກຫຼັກລໍຖ້າບັດຄີວກວດໂຄວິດ-19 ເປັນຈຳນວນຫຼວງຫຼາຍ ແລະຍັງມີລະບຸອີກວ່າຈະໃຫ້ສະເພາະປະຊາຊົນທີ່ມີສັນຊາດໄທເທົ່ານັ້ນ.


    ທັງໝົດນີ້ສະແດງໃຫ້ເຫັນວ່າໂຄວິດບໍ່ແມ່ນເລື່ອງງ່າຍອີກຕໍ່ໄປ ແລະຕໍ່ຈາກນີ້ແຮງງານລາວທີ່ໄປຢູ່ເມືອງໄທຈະກັບບ້ານບໍ່ເວັ້ນແຕ່ລະວັນ ພວກເຮົາທີ່ເປັນພີ່ນ້ອງຮ່ວມຊາດກໍ່ຍິນດີຕ້ອງຮັບເພິ່ນກັບມາ ແຕ່ຕ້ອງມາໃຫ້ຖືກຕ້ອງຕາມກົດໝາຍ ເພື່ອບໍ່ນຳເຊື້ອພະຍາດຮ້າຍມາແຜ່ໃຫ້ຄົນບ້ານເຮົາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.