ປະໂຫຍດລ້ວນໆ…!!! ​ 6 ສູດ ນ້ຳໝາກໄມ້ຕໍ່ໄປນີ້ ​ຊ່ວຍເສີມ​ພູ​ມ​ຄຸ້ມກັນຕ້ານ​ມະ​ເຮັງໄດ້ດີ​ ເຮັດເອງໄດ້ງ່າຍໆ

    0
    627

     

    + ການ​ດື່ມ​ນ້ຳ​ຜັກ​ ນ້ຳ​ໝາກໄມ້​ສົດ​ສ​ະກັດ​ໃນ​ຮູບ​ແບບ​ຕ່າງ​ໆ​ ເປັນ​ການ​ເສີມ​ພູ​ມ​ຕ້ານ​ທານ​ໃຫ້​ກັບ​ຄົນ​ປ່ວຍໂລກ​ມະ​ເຮັງ​ໄດ້​ເປັນ​ຢ່າງ​ດີ​ ຊຶ່ງ​ສູດ​ຕ່າງ​ໆ​ ເຫຼົ່າ​ນີ້ຄົນປ່ວຍສາມາດ​ເຮັດ​ເອງ​ໄດ້​ດັ່ງ​ຕໍ່ໄປ​ນີ້​:

    – ສູດ​ທີ່​ 1 ໃຊ້​ຫົວກະລົດ 2 ຫົວ​ ບີທຮູດ​ 1 ຫົວ​ ໂດຍ​ແຕ່ງ​ຄວາມ​ຫວານ​ດ້ວຍ​ແອັບ​ເປີ້ນເຄິ່ງໜ່ວຍ ສູດ​ນີ້​ຈະ​ອຸດົມ​ໄປ​ດ້ວຍ​ເບ​ຕ້າ​ແຄ​ໂຣ​ທີນ​ ຄວີ​ເຊ​ຕິນ​ ເຄມ​​ເຟີ​ຣອສ​ ໄມ​ລິ​ເຊ​ຕີນ​ ລູ​ຕິ​ໂອ​ລີນ​

    – ສູດ​ທີ່​ 2 ໃຊ້​ໝາຫຫຸ່ງ​ສຸກ​ເຫີ່ມ​ ສູດ​ນີ້​ອຸດົມ​ດ້ວຍ​ເບ​ຕ້າ​ແຄ​ໂຣ​ທີນ​ ແລະ​ເອສ​ໄຊ​​ປາ​ເປສ​ ຊຶ່ງ​ຊ່ວຍ​ສະ​ລາຍເນື້ອ​ເຢື່ອ​ທີ່​ຕາຍ​ແລ້ວ​ໃຫ້​ໝົດ​ໄປ​

    – ສູດ​ທີ່​ 3 ນ້ຳ​ໝາກກ້ຽງ​ຄັ້ນ​ ໃຫ້​ປອກ​ເປືອກ​ ສູດ​ນີ້​ຈະ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ຊີຄອມເຟຼັ​ກ ຄື​ ກົດ​ແອສ​ຄໍ​ບິກ​ ຮູ​ຕິນ​ ເຮສ​ເປີ​ລິ​ດີນ​ ແລະ​ ໄບ​ໂອ​ຟຼາ​ໂວນ​ອຍ​

    – ສູດ​ທີ່​ 4 ນ້ຳ​ຕຳນິນ​ ໃຊ້​ນ້ຳໝາກສີດາຈັກ​ 1/3 ເພື່ອ​ເປັນ​ນ້ຳ​ສຳລັບ​ປັ່ນ​ກັບ​ໃບ​ຕຳ​ນິນ ສູດ​ນີ້​ຈະ​ອຸດົມ​ໄປ​ດ້ວຍ​ເບ​ຕ້າ​ແຄ​ໂຣ​ທີນ ​ແລະ ​ວິ​ຕາ​ມິນ​ຊີ​

    – ສູດ​ທີ່​ 5 ​ ໃຊ້​ແຄນ​ຕາ​ລູບຈັກ​ 1/3 ແກ້ວ​ ເພື່ອ​ເປັນ​ນ້ຳ​ສຳລັບ​ປັ່ນ​ກັບ​ຖົ່ວ​ງອກ​ສົດ​ ປັ່ນ​ສຳເລັດ​ແລ້ວ​ຄັ້ນ​ດ້ວຍ​ຜ້າ​ຂາວ​ບາງ​ ສູດ​ນີ້​ຈະ​ອຸດົມ​ໄປ​ດ້ວຍ​ຊຸບ​ເປີອອກໄວ​​ດິດ​ມິວ​ເຕສ​ (SOD)

    – ສູດ​ທີ່​ 6 ນ້ຳ​ກ້ານ​ຜັກ​ທັງໝົດ ໃຊ້​ກ້ານ​ກາດ​,ກຳ​ຫຼ່ຳ​ປີ​,ກວາງ​ຕຸ້ງ​ ແລະ ​ຜັກ​ກາດ​ ແຕ່ງ​ຫວານ​ດ້ວຍ​ແອັບ​ເປີ້ນ​ ຫຼື ​ແຄນ​ຕາ​ລູບ​ ສູດ​ນີ້​ຈະ​ອຸດົມ​ໄປ​ດ້ວຍ​ Indoles, Polyphenol, Dithiothione, Isothiocyanate, Aranate ແລະ​ Glutathione

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.