ແຂວງໄຊຍະບູລີ ຍັງພົບແຜ່ນດິນໄຫວ ມື້ດຽວເກີດຊື້ນເຖິງ 2 ຄັ້ງ

    0
    509

    ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 9 ກໍລະກົດ 2021 ເວລາ 16:38 ໂມງ 19:19ໂມງ ລາຍງານການເກີດແຜ່ນດິນໄຫວແຫ່ງຊາດໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວຈຳນວນ 2 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວມີດັ່ງນີ້:

    ໃນເວລາ 16:38:41 ຂອງໂມງທ້ອງຖິ່ນຈຸດສູນກາງເສັ້ນຂະໜານທີ່ 19.636 ອົງສາເໜືອ ແລະເສັ້ນແວງ 101.205 ອົງສາຕາເວັນອອກ ຄວາມແຮງສັ່ນສະເທື່ອວັດແທກໄດ້ 2.0 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບ້ານນາຍາງ ເມືອງເງີນ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໄກຈາກເທດສະບານ ເມືອງເງີນ ປະມານ 10 ກິໂລແມັດ

    ໃນເວລາ 19:19:34 ຂອງໂມງທ້ອງຖິ່ນຈຸດສູນກາງເສັ້ນຂະໜານທີ່ 19.511 ອົງສາເໜືອ ແລະເສັ້ນແວງ 101.353 ອົງສາຕາເວັນອອກ ຄວາມແຮງສັ່ນສະເທື່ອວັດແທກໄດ້ 2.9 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໄກຈາກເທດສະບານ ເມືອງໄຊສະຖານ ປະມານ 11 ກິໂລແມັດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.