ບີບຫົວໃຈຄົນເປັນແມ່! ແອນ້ອຍຫາກະເກີດໄດ້ 27ມື້ຕິດໂຄວິດ-19 ແມ່ກັ້ນໃຈມອບໃຫ້ທ່ານໝໍພາໄປປິ່ນປົວ

    0
    372

    ເປັນອີກເລື່ອງລາວທີ່ກະທົບຈິດໃຈເຫຼືອເກີນ ສໍາລັບຂ່າວຢູ່ປະເທດໄທ ມີແອນ້ອຍເກີດໃໝ່ຕິດໂຄວິດ-19 ເຊິ່ງຜູ້ເປັນແມ່ຕ້ອງໄດ້ຕັດສິນໃຈປ່ອຍລູກໄປກັບທ່ານໝໍພຽງລໍາພັງເພື່ອເຂົ້າຮັບການປິ່ນປົວ.

    ເລື່ອງເລົ່າເຊົ້ານີ້ ເພຈຂ່າວຂອງປະເທດໄທລາຍງານໃຫ້ຮູ້ວ່າ: ມີຜູ້ໃຊ້ເຟສບຸກທ່ານໜຶ່ງ ໄດ້ໂພສຄລິບວີດີໂອ ເປັນພາບທີ່ທຸກຄົນໄດ້ເຫັນແລເວຮູ້ສຶກບີບຫົວໃຈເຫຼືອເກີນ ເພາະເປັນພາບຊ່ວງເວລາທີ່ເຈົ້າໜ້າທີ່ ນໍາລົດໂຮງໝໍມາຮັບຕົວແອນ້ອຍເກີດໃໝ່ ເພາະຊາຍ ອາຍຸ 27ມື້ ເຊິ່ງຕິດເຊື້ອໂຄວິດ-19 ມາຈາກແມ່ເຖົ້າເຊິ່ງເປັນຜູ້ລ້ຽງດູ.

    ໂດຍເຈົ້າໜ້າທີ່ຕ້ອງໃສ່ຊຸດ PPE ປ້ອງກັນເຊື້ອມາຮັບຕົວແອນ້ອຍຈາກອ້ອມກອດຂອງແມ່ ພ້ອມກັບສິ່ງຂອງເຄື່ອງໃຊ້ທີ່ຈໍາເປັນສໍາລັບແອນ້ອຍ ຂະນະທີ່ຜູ້ເປັນແມ່ຂອງແອນ້ອຍນັ້ນ ຍັງບໍ່ສາມາດຕິດຕາມໄປດູແລລູກຂອງຕົນເອງໄດ້ເທື່ອ ເນື້ອງຈາກຜົນຂອງການກວດຫາເຊື້ອຂອງແມ່ນັ້ນຍັງອອກເປັນລົບ ແມ່ຈຶ່ງຕ້ອງກັກຕົວຕໍ່ຢູ່ເຮືອນ ເພື່ອຖ້າຜົນກວດຮອບສອງອີກຄັ້ງ.

    ສ່ວນຕົວແອນ້ອນເອງ ເຈົ້າໜ້າທີ່ໄດ້ຮັບຕົວໄປປິ່ນປົວຢູ່ໂຮງໝໍ ໂດຍຈະດູແລຮ່ວມກັບແມ່ເຖົ້າທີ່ຕິດເຊື້ອໂຄວີດ-19 ມາກ່ອນໜ້ານີ້, ເຊິ່ງທຸກຄົນທີ່ເຫັນພາບນີ້ຕ່າງກໍ່ຮູ້ສຶກບີບຫົວໃຈ ແລະ ສົງສານແອນ້ອຍ ທີ່ອາຍຸຍັງບໍ່ຮອດ 1ເດືອນ ແຕ່ກັບຕ້ອງມາຕິດເຊື້ອພະຍາດໂຄວິດ-19.

    ແນວໃດກໍ່ຕາມ ແອັດຂໍເປັນກໍາລັງໃຈຫຼານນ້ອຍ ແລະ ແມ່ເຖົ້າຫາຍດີໄວໆເດີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.