ໜ້າເຫັນໃຈ! ໄທໜັກໜ່ວງ ຜູ້ຕິດເຊື້ອລົ້ນໂຮງໝໍ ສະໜາມກາງແຈ້ງເອົາບໍ່ຢູ່ ຊໍ້າບໍ່ໜໍາຕຽງບໍ່ພໍ ເປັນກໍາລັງໃຈໃຫ້ເດີ້

    0
    617

    ດັ່ງທີ່ພວກເຮົາຮັບຮູ້ກັນແລເວ ວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທນັບມື້ຍິ່ງໜັກໜ່ວງຂຶ້ນ ໃນແຕ່ລະມື້ມີຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍພັນຄົນ ແລະ ມີລາຍງານຜູ້ເສຍຊີວິດທຸກມື້ເຊັ່ນດຽວກັນ.

    ຈາກຂ່າວທີ່ແຜ່ຫຼາຍໃນໂລກອອນລາຍຕອນນີ້ຈະເຫັນໄດ້ວ່າຕຽງປິ່ນປົວຄົນເຈັບແມ່ນບໍ່ພຽງພໍ ຂະນະດຽວກັນ ກໍ່ມີຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດຄາເຮືອນກໍ່ມີ.

    ທັ້ງນີ້ ສິ່ງທີ່ໜ້າຫ່ວງໄປຫຼາຍກວ່ານັ້ນກໍ່ຄືປະເທດເຮົາເນື່ອງຈາກຢູ່ໃກ້ຄຽງກັນ ແລະ ແນ່ນອນຕອນນີ້ມີແຮງງານທີ່ໄປເຮັດວຽກຢູ່ປະເທດໄທ ຫຼັ່ງໄຫຼກັບເຂົ້າມາປະເທດ ພາຍຫຼັງທີ່ສະຖານະການໄທໜ້າເປັນຫ່ວງຫຼາຍ ເຊິ່ງບັນດາແຮງງານທີ່ກັບເຂົ້າມານັ້ນ ກໍ່ມີຈໍານວນບໍ່ໜ້ອຍເລີຍ ທີ່ກວດພົບເຊື້ອໂຄວິດ-19.

    ໂດຍສະເພາະແມ່ນແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ແມ່ນພົບຜູ້ຕິດເຊື້ອໂຄວິດ-19 ທີ່ເປັນກໍລະນີນໍາເຂົ້າຈໍານວນຫຼາຍ.

    ແນວໃດກໍ່ຕາມ ຂໍໃຫ້ທັງສອງປະເທດສູ້ຜ່ານວິກິດນີ້ໄປໄດ້ໂດຍໄວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.