ຈິບຫາຍເລີຍ ມີສາຍພັນທີ່ໂຫດຮ້າຍກວ່າເດວຕ້າອີກ

    0
    385

    ເວົ້າເຖິງໂຄວິດ-19 ຕອນນີ້ພວກເຮົາແມ່ນຢ້ານທີ່ສຸດຄືສາຍພັນເດວຕ້າ ເພາະມັນໄດ້ກະຈາຍໄປຫຼາຍກວ່າ 90 ປະເທດໃນໂລກນີ້ ແລະຫຼາຍຄົນຕ້ອງຈຳໃຈຈາກເພາະສາຍພັນນີ້ເລີຍ ແຕ່ຂໍ້ມູນໃໝ່ຫຼ້າສຸດແຈ້ງວ່າ ເດວຕ້າຍັງບໍ່ແມ່ນທີ່ສຸດອີກຖ້າທຽບໃສ່ ແລມດາ ມີອັນຕະລາຍຫລາຍກວ່າສາຍພັນເດວຕ້າ.


    ກະຊວງ ສາທາລະນະສຸກ ຂອງອັງກິດ ເປີດເຜີຍ ໃນວັນທີ7ກໍລະກົດວ່າ: ເຊື້ອພະຍາດ ໂຄວິດ-19ສາຍພັນ ແລມດາ ມີອັນຕະລາຍ ຫລາຍກວ່າ ສາຍພັນ ເດລຕາແລະ ແຜ່ລະບາດ ໄວຂຶ້ນ ລວມທັງ ອັດຕາລອດໜ້ອຍກວ່າເກົ່າ ຫລັງຈາກ ມີການກວດພົບແລ້ວໃນ 30ກວ່າປະເທດ ໃນໄລຍະ 4ອາທິດ ຜ່ານມາ.

    ໂຄວິດ-ສາຍພັນ ແລມດາ ກວດພົບ ຄັ້ງທຳອິດ ໃນປະເທດ ເປຣູ ມີຜູ້ຕິດເຊື້ອ ໂຄວິດ-19 ສາຍພັນ ແລມດາ ກວມເອົາ82% ຂອງຜູ້ຕິດເຊື້ອ ໃນປະເທດ ແລະ ມີອັດຕາ ການເສຍຊີວິດ ສູງທີ່ສຸດໃນໂລກ.ຈາກເວັບໄຊ ຂ່າວ news.com.au ຂອງອົດສະຕຣາລີ ລະບຸວ່າ: ກວດພົບ ເຊື້ອພະຍາດ ໂຄວິດ-19 ສາຍພັນ ແລມດາ ໃນອັງກິດ ຫລັງຈາກ ມີຜູ້ຕິດເຊື້ອ ສາຍພັນ ດັ່ງກ່າວຕ້ອງສູນເສຍບຸກຄົນອັນເປັນທີ່ຮັກຂອງຄອບຄົວເຂົາເຈົ້າໄປແລ້ວ 6 ຄົນ ໃນອັງກິດ ​ແລະ ປະ​ເທດ​ ອື່ນໆ​ອີກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.