ແຈ້ງການ…!!! ຈາກກະຊວງສຶກສາ ອະນຸຍາດໃຫ້ ເປີດການຮຽນ-ສອນ ສຳລັບແຂວງທີ່ບໍ່ມີການຕິດເຊື້ອໂຄວິດ ສ່ວນນະຄອນຫຼວງແມ່ນໃຫ້ປະຕິບັດຕາມນີ້…

    0
    288

    ວັນທີ 04 ກໍລະກົດ 2021 ທີ່ຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ເນື້ອໃຈໃຈຄວາມແມ່ນເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ທົ່ວຂະແຫນງການສຶກສາ ແລະ ກິລາ ໃນຂອບເຂດ ທົ່ວປະເທດ.

    ຫົວຫນ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:

    ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ,

    ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດນັບແຕ່ວັນທີ 05-19 ກໍລະກົດ 2021;

    ສໍາລັບແຂວງໃດທີ່ບໍ່ມີການລະບາດຂອງພະຍາດ ໂ ຄ ວິ ດ -19 ໃນຊຸມຊົນ ເຊິ່ງບໍ່ທັນໄດ້ເປີດການຮຽນ-ການສອນ ໃຫ້ເປີດການຮຽນ-ການສອນຄືນຄົບທຸກຊັ້ນ, ທຸກສາຍ, ໂຮງຮຽນສຶກສາພິເສດ ລວມທັງໂຮງຮຽນ ກິນນອນຊົນເຜົ່າ; ພ້ອມກັນນີ້ໃຫ້ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂ ຄ ວິ ດ -19 ຢ່າງເຂັ້ມງວດ,

    ຖ້າຫາກສະຖານການສຶກສາໃດບໍ່ສາມາດປະຕິບັດມາດຕະການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປໃຫ້ນັກຮຽນ-ນັກສຶກສາ ນັ່ງຄົນລະໂຕະ, ຖ້າຫາກບໍ່ສາມາດປະຕິບັດໄດ້ແມ່ນໃຫ້ປ່ຽນກັນໄປຮຽນພາກເຊົ້າພາກບ່າຍ ຫຼື ຜັດປ່ຽນກັນຮຽນເປັນວັນ;

    ສໍາລັບການສຶກສາກ່ອນໄວຮຽນໃນແຂວງທີ່ບໍ່ມີການລະບາດໃນຊຸມຊົນສາມາດເປີດຮຽນຄືນໄດ້ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ປະຕິບັດມາດຕະການປ້ອງກັນພະຍາດ ໂ ຄ ວິ ດ -19 ຢ່າງ ເຂັ້ມງວດ, ພ້ອມທັງຮັບປະກັນວ່າຜູ້ດູແລເດັກ, ຄູສອນ, ຜູ້ບໍລິຫານ ແລະ ພະນັກງານຂອງສະຖານການສຶກສາດັ່ງກ່າວນັ້ນໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂ ຄ ວິ ດ -19 ຄົບສອງເຂັມ.

    ສ່ວນນະຄອນຫຼວງວຽງຈັນ ແມ່ນໃຫ້ສືບຕໍ່ປິດການຮຽນ-ການສອນທຸກຊັ້ນທຸກສາຍ ແລະ ທຸກຂັ້ນຮຽນ ໃນສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ; ຍົກເວັ້ນປີສຸດທ້າຍ ຂອງສາຍອາຊີວະສຶກສາ, ການສຶກສາຄູ, ວິທະຍາໄລ ແລະ ມະຫາວິທະຍາໄລ ສາມາດເປີດການຮຽນ-ການສອນໄດ້

    ແຕ່ຕ້ອງປະຕິບັດມາດ ຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂ ຄ ວິ ດ -19 ຢ່າງເຂັ້ມງວດ; ລາຍລະອຽດມອບໃຫ້ກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ກົມສ້າງຄູ, ກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ, ກົມກິລາລະດັບສູງ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມ ອອກຄໍາແນະນໍາສະເພາະ ແລະຕິດຕາມການປະຕິບັດຕົວຈິງ;

    ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ເປີດຮຽນຄືນ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຄະນະພັດທະນາການສຶກສາຂັ້ນເມືອງ ແລະ ຂັ້ນບ້ານ ປຸກລະດົມພໍ່ແມ່-ຜູ້ປົກຄອງນັກຮຽນ ໃຫ້ສົ່ງລູກຫລານຂອງຕົນກັບເຂົ້າມາຮຽນຄືນໃຫ້ຄົບຕາມຫຼັກສູດ, ພ້ອມທັງເກັບກໍາສະຖິຕິຈໍານວນນັກຮຽນທີ່ບໍ່ມາເຂົ້າຮຽນຄືນ ແລະ ຂາດການສອບເສັງຈົບຊັ້ນ ປ.5 ໃນແຂວງຂອງຕົນ ແລະ ສັງລວມສົ່ງໃຫ້ກະຊວງ.

    + ລະອຽດຕາມແຈ້ງການ:

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.