ເປັນເລື່ອງເສົ້າສະຫຼົດໃຈ ເຊິ່ງມີຜູ້ໃຊ້ເຟສບຸກຊື່ Tayai Tayai ໄດ້ໂພສວ່າ:
7/7/2021 ມັນເປັນຝັນຮ້າຍທຳໃຈບໍ່ໄດ້ເລີຍ ຍັງບໍ່ໄດ້ກັບຮອດບ້ານ ພໍ່ກະຍັງບໍ່ທັນໄດ້ອຸ້ມ ຄົບຮອບ 8 ເດືອນພໍດີ
ເປັນຫຍັງລູກຕ້ອງຈາກແມ່ໄປແບບກະທັນຫັນ ສິ່ງດຽວທີ່ເປັນຄວາມສຸກໃນຊີວິດກະແມ່ນລູກ ລູກຄືບໍ່ຟື້ນມາຫາແມ່ ເປັນຫຍັງປະຕິຫານຄືບໍ່ເກີດຂື້ນກັບເຮົາ
ບໍ່ເຄີຍຄິດວ່າຈະເກີດເຫດການນີ້ກັບໂຕເອງ ໃຈຊິຂາດມັນຈຸກມັນເວົ້າຫຍັງບໍ່ອອກເລີຍເສຍໃຈທີ່ສຸດ ລົມຫາຍໃຈສຸດທ້າຍຂອງລູກແມ່ນໝົດຄາອົກແມ່
ຂໍເກັບຮູບເກັບວິດີໂອຕ່າງໆຂອງລູກໄວ້ເປັນຄວາມຊົງຈຳ RIP ສຸດທີຮັກ
ຈັ່ງໃດກໍ່ຂໍໃຫ້ສູ້ໆ…ເດີ້ ນ້ອງໄປດີແລ້ວ
(ຊົມຄລິບ)