ໂຄວິດ-19 ສາຍພັນເດລຕາເຮັດໃຫ້ປະສິດທິພາບຂອງວັກຊີນປ້ອງກັນໂຄວິດ-19 ຫຼຸດລົງ

    0
    645

    ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານໂດຍອີງຕາມຂໍ້ມູນຂອງກະຊວງສາທາລະນະສຸກອິດສະຣາແອນວ່າ: ປະສິດທິພາບຂອງວັກຊີນPfizer ທີ່ຊ່ວຍໃນການປ້ອງກັນໂຄວິດ-19 ນັ້ນມີປະສິດທິພາບທີ່ຫຼຸດລົງຫຼາຍ ເນື່ອງມາຈາກການແຜ່ລະບາດຂອງໂຄວິດ-19 ສາຍພັນເດລຕາ ແລະ ການຜ່ອນຜັນມາດຕະການການເວັ້ນໄລຍະຫ່າງຂອງລັດຖະບານ, ໃນຂະນະດຽວກັນການປ້ອງກັນໃນກໍລະນີທີ່ຕິດເຊື້ອຮ້າຍແຮງໃນໂຮງໝໍຕ່າງໆກໍຫຼຸດລົງຢ່າງຊັດເຈນ.

    ໃນລະຫວ່າງວັນທີ 2 ພຶດສະພາ ເຖິງວັນທີ 5 ມິຖຸນາ ວັກຊີນມີປະສິດທິພາບຢູ່ທີ່ 94.3% ແຕ່ເຖິງຢ່າງໃດກໍຕາມເມື່ອມາຮອດວັນທີ6 ມິຖຸນາ ຫຼັງຈາກທີ່ມີການຜ່ອນຜັນມາດຕະການການລັອກດາວ ຈົນເຖິງຕົ້ນເດືອນກໍລະກົດ ປະສິດທິພາບຂອງວັກຊີນຫຼຸດລົງເຫຼືອຢູ່ທີ່64% ເຊິ່ງປະສິດທິພາບໃນການປ້ອງກັນໂຄວິດ-19 ກໍຫຼຸດລົງເຊັ່ນດຽວກັນ.

    ເຖິງແມ່ນວ່າຈໍານວນຂອງຜູ້ຕິດເຊື້ອຍັງມີເພີ່ມສູງຂື້ນ ແຕ່ຂໍ້ມູນກໍຍັງສະແດງໃຫ້ເຫັນວ່າການສັກວັກຊີນຂອງ Pfizer ແມ່ນຊ່ວຍຫຼຸດອາການທີ່ຮຸນແຮງຂອງຜູ້ຕິດເຊື້ອໄດ້ ແລະ ອິດສະຣາແອນກໍເປັນປະເທດໜຶ່ງທີ່ມີການຈັດການກັບການລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ ແລະ ໃນຕອນນີ້ 57% ຂອງປະຊາກອນແມ່ນໄດ້ຮັບການສັກວັກຊີນແລ້ວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.