ຄູ່ຮັກຄົນບັນເທິງ ໃພ້ໄທ-ເຂີຍລາວ ແອັບເປີ້ນ-ຟລຸກ ຄືນວັນທີ 5 ກໍລະກົດ 2021 ຕ້ອງນອນນອກສະຖານທີ່ເປັນການຊົ່ວຄາວເນື່ອງຈາກເຮືອນຢູ່ໃນພື້ນທີ່ສ່ຽງຂອງໂຮງງານກິ່ງແກ້ວທີ່ເກີດໄຟໄໝ້ຢ່າງຮຸນແຮງໃນເຊົ້າວັນທີ 5 ເຊິ່ງເຈົ້າໜ້າທີ່ຕ້ອງຮີບອົບພະຍົບປະຊາຊົນທີ່ຢູ່ໃກ້ຈຸດເກີດເຫດອອກຈາກພື້ນທີ່ໂດຍດ່ວນເພື່ອຄວາມປອດໄພ.
ທັ້ງນີ້ ໜຸ່ມຟລຸກໄດ້ໂພສລົງໃນເຝສບຸກສ່ວນຕົວວ່າ ຕົນ ແລະຄອບຄົວໄດ້ອອກຈາກເຮືອນໄປແຕ່ເຊົ້າເພື່ອໄປເດີນຫ້າງ ຫວັງວ່າຕອນແລງພໍດັບໄຟແລ້ວຈະໄດ້ກັບມາເຮືອນ ແຕ່ສຸດທ້າຍບໍ່ສາມາດຄວບຄຸມໄຟໄດ້ ເຊິ່ງເຮືອນຂອງຕົນແມ່ນຢູ່ໃນລັດສະໝີ 5 ກິໂລແມັດຂອງໂຮງງານດັ່ງກ່າວຈິ່ງຕ້ອງໄດ້ນອນນອກ ທີ່ໂຮງແຮມໄປກ່ອນ.
ໜຸ່ມຟລຸກຍັງບອກວ່າທຳອິດຕິດວ່າຕ້ອງນອນໂຮງແຮມ ຈະກັບມາເອົາເຄື່ອງໃຊ້ໃຫ້ລູກ ແຕ່ບໍສາມາດເຂົ້າມາໄດ້ ເຂດນັ້ນສົນລະວົນມີແຕ່ລົດກູ້ໄພ ແລະເຈົ້າໜ້າທີ່ດັບເພິງຈິ່ງຕັດສິນໃຈຢູ່ທີ່ນັ້ນເລີຍ ພ້ອມອົບພະຍົບເອົາທຸກຄົນໃນຄອບຄົວລວມທັງສັດລ້ຽງອອກໄປໝົດເລີຍ ເພື່ອຄວາມປອດໄພຂອງຊີວິດ ເຖິງຈະເປັນຫ່ວງເຮືອນຫຼາຍແຕ່ກໍ່ຈຳເປັນ.
ເຊິ່ງເຫດການໄຟໄໝ້ທີ່ເກີດຂຶ້ນແມ່ນໄໝໂຮງງານໝິງຕີ່ເຄມີໂກ ໄຟໄດ້ເລີ່ມຂຶ້ນຕັ້ງແຕ່ເວລາ 3:00 ເຊົ້າມືດຂອງວັນທີ 5 ກໍລະກົດ ທີ່ກຸງເທບປະເທດໄທ ຫຼາຍຄົນຄົງເຫັນຂ່າວໂດ່ງດັງໃນທົ່ວໂຊຊຽວແລ້ວ ເປັນໄຟໄຫມ້ໂຮງງານຄັ້ງໃຫຍ່ພ້ອມທັງເປັນແຮງລະເບີດສົ່ງຜົນກະທົບໄປຫຼາຍກິໂລແມັດ.
ຕອນນີ້ມີຜູ້ເສຍເສຍສະຫຼະຊີວິດຈາກໄຟໄຫມ້ຄັ້ງນີ້ຫຼາຍຄົນແລ້ວ (ແຕ່ຍັງສະຫລຸບຕົວເລກທີ່ແນ່ນອນ) ພ້ອມນັ້ນຍັງມີການສັ່ງອົບພະຍົບຄົນອອກຈາກເຂດດັ່ງກ່າວເພາະຖືວ່າພື້ນທີ່ສ່ຽງ 5 Km ເປັນເຂດອັນຕະລາຍ ເນື່ອງຈາກພາຍໃນໂຮງງານ ຍັງມີຖັງສານເຄມີອີກຈຳນວນຫຼາຍ , ຖ້າເກີດລະເບີດຕື່ມອາດສົ່ງຜົນໄປໄກເຖິງ 10Km ກໍ່ເປັນໄດ້ !
ສຳລັບຄົນລາວເຮົາທີ່ຢູ່ໃກ້ເຂດນັ້ນບໍມີມີໃຜແດ່ ນອກຈາກສາວແອັບເປີ້ນທີ່ໄປຕັ້ງຫຼັກປັກຖານກັບສາມີທີ່ນັ້ນ ກໍ່ຂໍໃຫ້ທຸກຄົນປອດໄພເດີ້.