ອີກ 1 ໄອເດຍທີ່ດີ ຈະບໍ່ເຫງົາອີກຕໍ່ໄປ ເມື່ອມີດາລາມານັ່ງກິນເຂົ້າເປັນໝູ່ນຳ

    0
    363

    ເບື່ອບໍ່? ຊ່ວງໂຄວິດ-19 ກໍາລັງລະບາດແບບນີ້ ນອກຈາກການໃຊ້ຊີວິດທີ່ລໍາບາກກວ່າແຕ່ກ່ອນແລ້ວ ເວລາອອກໄປຂ້າງນອກ ກໍຕ້ອງໃສ່ໜ້າກາກອະນາໄມ ແລະ

    ຕ້ອງເວັ້ນໄລຍະຫ່າງກັນຢ່າງໜ້ອຍ 2 ແມັດ, ຮ້ານອາຫານຫຼາຍໆແຫ່ງກໍໄດ້ມີມາດຕະການໃນການປ້ອງກັນ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງລູກຄ້າທີ່ມາໃຊ້

    ບໍລິການ, ເຮັດໃຫ້ຕ້ອງນັ່ງກິນເຂົ້າແບບເຫງົາຢູ່ຄົນດຽວ, ແຕ່ບໍ່ແມ່ນສໍາລັບຮ້ານອາຫານ ຂອບໃຈເດີ້ ເພາະທາງຮ້ານທີ່ໄດ້ພາບັນດາຄົນດັງຈາກຫຼາກຫຼາຍປະເທດ ມາ

    ນັ່ງເປັນໝູ່ຕອນທີ່ທ່ານກຳລັງຮັບປະທານອາຫານ ໂດຍບໍ່ນັ່ງເຫງົາຄົນດຽວອີກຕໍ່ໄປ.ໂຣນັນໂດ ນັກເຕະບານຊື່ດັງ ທີ່ໃຜໆກໍຮູ້ຈັກ.ຫຼື ຈະເປັນໜຸ່ມແມງກະເບື້ອ ຊົງຄັງ

    ຈາກຊີ່ລີ້ເລື່ອງ Nevertheless ທີ່ກໍາລັງໂດ່ງດັງຢູ່ຕອນນີ້, ທາງດ້ານຂວາ ກໍຈະເປັນ Tony stark ຈາກ Iron man.ເອົາໃຈໜຸ່ມໆ ກໍຈະມີສາວ ລິຊ້າ ຈາກ Blackpink ອີກດ້ວຍ.ເອີ້ນໄດ້ວ່າ ເປັນໄອເດຍທີ່ເໝາະກັບສະຖານນະການ ຍຸກ New normal ແບບນີ້ເລີຍກໍວ່າໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.