ສາວກາລາແມ ພິທີກອນຊື່ດັງຈາກເມືອງໄທ ຫຼາຍຄົນຮູ້ຈັກເພິ່ນຜ່ານຈໍໂດ່ງດັງສຸດຄືລາຍການເທັກມີເອົ້າໄທແລນ ແລະຕອນນີ້ ເພິ່ນໄດ້ອອກຈາກລາຍການແລ້ວ ຫຼັງຈາກນັ້ນກໍ່ເດີນສາຍເຮັດບຸນຕາມວັດຕ່າງໆ ຖືວ່າໃຊ້ງົບປະມານຈຳນວນບໍ່ໜ້ອຍເລີຍ.
ສຳລັບສາວກາລາແມ ຕະຫຼອດໄລຍະຜ່ານມາບໍ່ເຄີຍກ່າວເຖິງເລື່ອງຊູ້ແຟນ ເພິ່ນຕັ້ງໃຈເຮັດວຽກຢ່າງດຽວ ແລະຊື້ອະສັງຫາ ເວົ້າໄດ້ວ່າເປັນເຈົ້າຂອງຄອນໂດ, ທີ່ດິນຫຼາຍແຫ່ງ ຈົນຫຼາຍໆຄົນຄິດວ່າສາວຜິວເຂັ້ມຄົນນີ້ບໍ່ຕ້ອງການມີຄອບຄົວແລ້ວ ແຕ່ຫຼ້າສຸດ ສາວກາລາແມປະກາດເອງຢາກມີຄົນຮູ້ໃຈແລ້ວ.
ສາວກາລາແມໄດ້ເປີດເຜີຍຕໍ່ລາຍການໜຶ່ງວ່າໂຕເອງໂສດມາຈົນວັນເວລາລ່ວງເລີຍເຖິງ 45 ປີແລ້ວ ຕອນນີ້ຍອມຮັບຢາກມີແຟນແລ້ວ ແຕ່ຢາກຂໍໃຫ້ເປັນຜູ້ໃຫຍ່ ແລະພ້ອມໃຊ້ງານ ປະໂທໆໆ!!! ຄົນທີ່ເຂົ້າມາຕ້ອງເຂົ້າໃຈໃນຕົວເອງ ເພາະຕົນເປັນຄົນທຳມາຫາກິນ ດັ່ງນັ້ນຜູ້ຈະເຂົ້າມາຕ້ອງເປັນທິປຶກສາໄດ້ປະສົບຄວາມສຳເລັດມາລະດັບໜຶ່ງ.
ສຳລັບເລື່ອງອາຍຸ ຈະເດັກກວ່າບໍ່ວ່າຂໍພຽງມີປະສົບການ ຄຸນນະພາບບໍ່ວ່າຫຍັງຫຼາຍ ຂໍພຽງໂສດ, ເປັນທີ່ປຶກສາໄດ້ ແລະ ຕ້ອງປະສົບຜົນສຳເລັດມາລະດັບໜຶ່ງ ເພາະຕົນບໍ່ແມ່ນສາຍເປຈະລ້ຽງໃຜ ລ້ຽງດູໂຕເອງກໍ່ເມື່ອຍພໍແຮງຢູ່ແລ້ວ.
ເກືອບວ່າບໍ່ເຄີຍເຫັນສາວກາລາແມໃນລຸກນີ້ເລີຍ