ໄລຍະ 6-9 ກໍລະກົດນີ້ ແຈ້ງເຕືອນກຽມຮັບມືຝົນຕົກໜັກ, ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕາມບົດລາຍງານສະພາບອາກາດຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 – 11 ກໍລະກົດ 2021 ມີຄຳເຕືອນເຝົ້າລະວັງສະພາບອາກາດຮ້າຍແຮງໄລຍະວັນທີ 6 – 9 ກໍລະກົດ
2021 ເນື່ອງຈາກພາຍຸໝຸນເຂດຮ້ອນຈະເຄື່ອນທີ່ຜ່ານເກາະໄຮ່ໜຳ ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອ ຂອງ ສສ ຫວຽດນາມ ແລະ ຈະເຮັດໃຫ້ລົມມໍລະສຸມຕາເວັນ
ຕົກສ່ຽງໃຕ້ ເພີ່ມກໍາລັງແຮງພັດປົກຄຸມທົ່ວທຸກພາກຂອງ ສປປ ລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ
ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນ
ຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນໄດ້, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.