ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າາກົມກວດກາປ່າໄມ້ ຂອງກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຫົວໜ້າກອງເລຂາ ປະຕິບັດຄຳສັ່ງ 15/ນຍ ຂັ້ນສູນກາງ ໄດ້ຜ່ານບົດສະຫຼຸບການປະຕິບັດຄຳສັ່ງທີ 15/ນຍ ແຕ່ປີ 2016-2020 ລາຍງານເນື່ອງໃນໂອກາດມອບ-ຮັບ ວຽກງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ລະຫວ່າງ ຄະນະສະເພາະກິດຂັ້ນສູນກາງ ກັບ ບັນດາກະຊວງທີ່ກ່ຽວຂ້ອງ ວັນທີ 1 ກໍລະກົດ 2021 ນີ້ວ່າ:ຜ່ານການດໍາເນີນການກວດກາພົບເຫັນການລະເມີດກົດໝາຍ ແລະ ລະບຽບການປ່າໄມ້ ທົ່ວປະເທດ ມີທັງໝົດ 570 ກໍລະນີ ໃນນັ້ນ, ເປັນພະນັກງານ 462 ຄົນ, ຜູ້ປະກອບການ 136 ຄົນ, ປະຊາຊົນ 527 ຄົນ
ໃນນັ້ນຈໍານວນດັ່ງກ່າວໄດ້ດໍາເນີນຄະດີ ແລະ ສັ່ງຟ້ອງຂຶ້ນສານ 42 ກໍລະນີ, ສານຕັດສິນແລ້ວ 3 ກໍລະນີ ສ່ວນທີ່ເຫຼືອໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ ນອກນັ້ນຍັງພົບອຸປະກອນ ແລະ ພາຫະນະກະທຳຜິດ ເປັນຈັກຕັດໄມ້ 15.549 ເຄື່ອງ, ໂຕະຊອຍໄມ້ 72 ເຄື່ອງ, ອາໄຫຼ່ຈັກຕັດໄມ້ 1.744 ເຄື່ອງ, ລົດສະແລວ, ລົດໄຖນາ 75 ຄັນ, ລົດຊິ້ງ 3 ຄັນ, ລົດຈັກ 93 ຄັນ. 150 ຄັນ, ລົດບັນທຸກ 138 ຄັນ, ລົດກະບະ/ຈິບ 151 ຄັນ, ລົດເມ 16 ຄັນ, ລົດຕູ້ 5
ຄັນ, ລົດດາມ/ດຸດ 12 ຄັນ, ລົດໄຖນາ 75 ຄັນ, ລົດຊີ້ງ 3 ຄັນ ແລະ ລົດຈັກ 93 ຄັນ.ສຳລັບນະຄອນຫຼວງວຽງຈັນ ດຳເນີນການກວດກາໂຮງງານປຸງແຕ່ງໄມ້, ຮ້ານຂາຍໄມ້ ແລະ ສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ຊື້-ຂາຍໄມ້ຜິດກົດໝາຍ ແລະ ສາງເກັບມ້ຽນໄມ້ ມີ 4 ໂຮງງານ ທັງໝົດ 17 ຄັ້ງ ພົບເຫັນໄມ້ບໍ່ຖືກຕ້ອງ 621,433 ແມັດກ້ອນ, ມີຜູ້ກະທຳຜິດ 19 ຄົນ, ຢຶດພາຫະນະ 11 ຄັນ.ຂັ້ນແຂວງ ກວດກາວັດແທກຂຶ້ນບັນຊີໄມ້ທີ່ຖືກຕ້ອງ ມີທັງໝົດ 262.329 ກວ່າແມັດກ້ອນ ແລະ 2.515 ກວ່າໂຕນ, ໄດ້ເຮັດສັນຍາຊື້-ຂາຍແລ້ວ 237.789 ກວ່າແມັດກ້ອນ ແລະ 325 ກວ່າໂຕນ ມູນຄ່າ 79 ຕື້ກວ່າກີບ ແລະ 10
ລ້ານກວ່າໂດລາ, ມອບ-ຮັບແລ້ວ 176.123.929 ແມັດກ້ອນ ແລະ 325 ກວ່າໂຕນ, ມູນຄ່າ 45 ຕື້ກວ່າກີບ ແລະ 5,8 ລ້ານກວ່າໂດລາ, ຍັງຄ້າງມອບ 61.665 ກວ່າແມັດກ້ອນ ມູນຄ່າ 34 ຕື້ກວ່າກີບ ແລະ 4,8 ລ້ານກວ່າໂດລາ, ຍັງບໍ່ທັນປະມູນ 24.539 ກວ່າແມັດກ້ອນ ແລະ 2.189 ກວ່າໂຕນ.ພົບເຫັນໄມ້ຜິດກົດໝາຍ ມີທັງໝົດ 102.458 ກວ່າແມັດກ້ອນ ແລະ 848,66 ໂຕນ, ໄດ້ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ພ້ອມທັງຮິບໄມ້ເປັນຂອງລັດ ແລະ ເຮັດສັນຍາຊື້-ຂາຍ
ແລ້ວ 85.692,400 ແມັດກ້ອນ ແລະ 487,89 ໂຕນ ມູນຄ່າ 196.922.641.928 ກີບ ແລະ 1.794.715 ໂດລາ, ມອບ-ຮັບແລ້ວ 66.357,261 ແມັດກ້ອນ ແລະ 487,89 ໂຕນ, ມູນຄ່າ 154ຕື້ກວ່າກີບ ແລະ 1,7 ລ້ານກວ່າໂດລາ, ຍັງຄ້າງມອບ 19.335,139 ແມັດກ້ອນ, ມູນຄ່າ 42 ຕື້ກວ່າກີບ ແລະ 52.762,92 ໂດລາ, ຍັງບໍ່ທັນປະມູນ 16.765,921 ແມັດກ້ອນ ແລະ 360,77 ໂຕນ.ດ້ານດັດສົມອຸດສາຫະກໍາປຸງແຕ່ງໄມ້ ແລະ ທຸລະກິດໄມ້ແບບຄອບຄົວ
ກ່ອນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ມີທັງໝົດ 3.454 ແຫ່ງ, ຜ່ານການກວດກາໄດ້ອອກຂໍ້ຕົກລົງຍຸບເລີກ 2.364 ແຫ່ງ, ປັດຈຸບັນຍັງເຫຼືອທັງໝົດ 1.090 ແຫ່ງ; ໄດ້ດຳເນີນການຕິດຕາມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບນັບແຕ່ປີ 2016-2020 ລວມທັງໝົດ 297.708,49 ແມັດກ້ອນ ມູນຄ່າ 127.523.722 ໂດລາ ນອກນັ້ນຍັງໄດ້ກວດກາພົບເຫັນໄມ້ຂ້າງໂຮງງານທັງໝົດ 224.627,10 ແມັດກ້ອນ ແລະ 1.227,42 ໂຕນ.
ທີ່ມາ ລາວພັດທະນາ