ມີ ເ ຊ ື ້ ອ 2 ສາຍພັນໃໝ່ ເຂົ້າມາລາວ 3 ກໍລະກົດ ລາວ ມີ ຜ ູ ້ ຕິ ດ ເ ຊ ື ້ ອ 37 ຄົນ

    0
    558

    ໃນວັນທີ 3 ກໍລະກົດ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພ ະ ຍ າ ດ ໂ ຄ ວ ິ ດ ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ສປປ ລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 2.213 ຄົນ,  ຍັງນອນປິ່ນປົວ ຈຳນວນ 191 ຄົນ ແລະ ມີຕົວເລກຜູ້ເສຍຊີວິດສະສົມ 3 ຄົນ.

    ຫຼ້າສຸດໃນວັນທີ 2 ກໍລະກົດ ແມ່ນໄດ້ເກັບຕົວຢ່າງມາກວດຫາເຊື້ອທັງໝົດ 1.392 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 37 ຄົນ ໃນນັ້ນ: ຢູ່ແຂວງຈຳປາສັກ 28 ຄົນ, ຢູ່ແຂວງສະຫວັນນະເຂດ 7 ຄົນ, ຄຳມ່ວນ 1 ຄົນ ທັງ 3 ແຂວງແມ່ນເປັນກໍລະນີນຳເຂົ້າ ແລະ ແຂວງຫຼວງນໍ້າທາ 1 ຄົນ ແມ່ນເປັນກໍລະນີຕິດເຊື້ອໃນຊຸມຊົນ ທີ່ເດີນທາງມາຈາກແຂວງອື່ນ ດັ່ງນັ້ນທາງທີມແພດກຳລັງເລັ່ງກວດສອບຂໍ້ມູນການເດີນທາງຂອງຜູ້ກ່ຽວ, ພ້ອມນີ້ໃນທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 51 ສູນ ມີ 3.744 ຄົນທີ່ມີຜູ້ຈຳກັດບໍລິເວນ ແລະ ມີຜູ້້ເດີນທາງເຂົ້າມາລາວທັງໝົດ 2.969 ຄົນ ເຊິ່ງທຸກຄົນແມ່ນໄດ້ຜ່ານເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນ.

    ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ພ ະ ຍ າ ດ ໂ ຄ ວ ິ ດ ຢູ່ນະຄອນຫຼວງວຽງຈັນມີໂຮງໝໍສູນກາງຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖິງວັນອາທິດ) ນອກຈາກນັ້ນທີມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃໝ່ແບບບຸກ(Activecase finding) ໂດຍການເຄື່ອນທີ່ໄປເກັບຕົວຢ່າງ ໃນຈຸດ ທີ່ ເປັນ ບ້ານເຂດແດງສຳນັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ.

    ສະພາບການລະບາດພ ະ ຍ າ ດ ໂ ຄ ວ ິ ດ ໃນບັນດາປະເທດໃກ້ຄຽງ ທີ່ມີຊາຍແດນ ຕິດກັບ ສປປ ລາວ ເຫັນວ່າສືບຕໍ່ມີການລະບາດອອກເປັນວົງກ້ວາງ ແລະ ບໍ່ມີທ່ານອຽງທີ່ຈະຫຼຸດລົງ ຍັງສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ ທຸກມື້ ແລະ 4 ປະເທດ ( ປະເທດໄທ, ຫວຽດນາມ, ມຽນ ມ້າ ແລະ ກຳປູເຈຍ) ຍັງມີການລາຍງານກໍລະນີຕິດ ເຊື້ອໃໝ່ ແລະ ເສຍຊີວິດໃໝ່ໃນແຕ່ລະວັນ ບາງປະເທດມີການຕິດເຊື້ອເຖິງ 6.000 ກວ່າຄົນ ແລະ ເສຍຊີວິດ 61 ຄົນ ພ້ອມດຽວກັນປະເທດໃກ້ຄຽງ

    ທີມີແຮງງານລາວໄປເຮັດວຽກ ໄດ້ປະກາດປິດບາງແຂວງທີ່ມີການລະບາດໜັກພາຍໃນປະເທດເຮັດໃຫ້ບັນດາກຸ່ມແຮງງານທີ່ບໍ່ມີວຽກເຮັດກັບຄືນບ້ານເກີດເມືອງນອນ ເຊິ່ງນັ້ນກໍແມ່ນລວມທັງ ແຮງງານລາວທີ່ຈະກັບຄືນປະເທດ ເຊັ່ນດຽວກັນ,ສຳລັບສປປລາວເຮົາຮອດປະຈຸບັນຕາມການລາຍງານຕົວເລກການຕິດເຊື້ອປະຈຳວັນສະພາບການ.ລະບາດພ ະ ຍ າ ດ ໂ ຄ ວ ິ ດ ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນແມ່ນມີທ່າອຽງຫຼຸດລົງມື້ນີ້ຖືວ່ານະຄອນຫຼວງ ບໍ່ມີຕິດຜູ້ຕິດເຊື້ອໃໝ່ ແລະ ຮອດມື້ນີ້ແມ່ນບໍ່ມີລາຍງານຜູ້ຕິດ ເຊື້ອໃນຊຸມຊົນຕິດຕາມເປັນເວລາ 4 ມື້ ແລ້ວ ແຕ່ສັງເກດວ່າ ມີຕົວເລກລາຍງານກໍລະນີນຳເຂົ້າຈາກຕ່າງປະເທດເຂົ້າມາໃນປະເທດ ຈາກບັນດາ

    ແຂວງທີ່ມີດ່ານຊາຍແດນແມ່ມເພີ້ມຂຶ້ນເລີ້ມແຕ່ວັນທີ 24 ມີຖຸນາ 2011 ເປັນຕົ້ນມາ ( ມີຈາກ ຈາກນະຄອນຫຼວງວຽງຈັນ ຄຳມ່ວນ ສະຫວັນນະເຂດ ຈຳປາສັກ ແລະ ຈຳປາສັກ ) ສ່ວນແຂວງວຽຈັນນັ້ນ ໃນ 1 ອາທິດຜ່ານມາ ພາຍຫຼັງມີການຕິດເຊື້ອຈາກຜູ້ເດີນທາງ ໄປຈາກນະຄອນ ຫຼວງ ແມ່ນມີລາຍງານຜູ້ຕິດເຊື້ອໃນຊຸມຊົນຢູ່ແຂວງວຽງຈັນ ທຸກວັນ.ໃນມື້ວານນີ້ ໄດ້ມີການຢັ້ງຢືນ ກວດພົບຜູ້ຕິດເຊື້ອສາຍພັນ ເດວຕ້າ ເພີ້ມ 2 ຄົນຈາກບຸກຄົນທີ່ເດີນທາງເຂົ້າມາ ( ນະຄອນຫຼວງ 1

    ເດີນທາງມາແຕ່ລັດເຊຍ, ແຂວງຄຳມ່ວນ 1 ແຮງງານມາແຕ່ໄທ) ແລະ ສາຍພັນ ພັນກາປາ 1 ຄົນ ( ນະຄອນຫຼວງ ມາແຕ່ໂຄລົມເບຍ) ນັ້ນກໍ່ໝາຍຄວາມວ່າ ຮອດປະຈຸບັນພະຍາດພ ະ ຍ າ ດ ໂ ຄ ວ ິ ດ ທີ່ລະບາດໃນ ສປປລາວມີ 4 ສາຍພັນ: ດັ້ງເດີມ ແລະ ອານຟາ, ເດວຕາ ແລະ ກາປາ.ມີເຊື້ອ 2 ສາຍພັນໃໝ່ ເຂົ້າມາລາວ 3 ກໍລະກົດ ລາວ ມີຜູ້ຕິດເຊື້ອ 37 ຄົນ ໃນນັ້ນຕິດເຊື້ອຊຸມຊົນ 1 ຢູ່ຫຼວງນໍ້າທາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.