ທ່ານສີຈິ້ນຜິງປະກາດວ່າ ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ

    0
    407

    ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ທີ່ຈັດຂຶ້ນໃນວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງພັກແລະລັດຈີນໄດ້ປະກາດຢ່າງເຄັ່ງຂຶມວ່າ: ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ.

    ທ່ານສີຈິ້ນຜິງກ່າວວ່າ: ໂດຍຜ່ານການສູ້ຊົນຜ່ານຜ່າຢ່າງຕໍ່ເນື່ອງຂອງທົ່ວພັກ ແລະ ປະຊາຊົນທົ່ວປະເທດຈີນ, ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ

    ປັດຈຸບັນນີ້, ຈີນພວມມຸ່ງໜ້າໄປສູ່ເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ. ນີ້ແມ່ນກຽດສັກສີ ແລະ ຄວາມສະຫງ່າງາມອັນຍິ່ງໃຫຍ່ຂອງຊົນຊາດຈີນ, ຂອງປະຊາຊົນຈີນ ແລະ ຂອງພັກກອມມູນິດຈີນ!

    ນັບແຕ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ພັກກອມມູນິດຈີນໄດ້ມີການວາງແຜນຍຸດທະສາດໃນການສ້າງສັງຄົມນິຍົມທີ່ທັນສະໄໝຂອງປະເທດຈີນ, ບົນພື້ນຖານການແກ້ໄຂບັນຫາການກິນອີ່ມນຸ່ງອຸ່ນໃຫ້ສຳເລັດກ່ອນເວລາກຳນົດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ກ້າວເຖິງລະດັບທີ່ອີ່ມໜຳສຳລານໃນດ້ານກວມລວມແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ສະເໜີອອກວ່າ:

    ເມື່ອຮອດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຈີນຈະເຮັດສຳເລັດໜ້າທີ່ການສ້າງສັງຄົມທີ່ອີ່ມໜຳສຳລານ ທີ່ເສດຖະກິດພັດທະນາກວ່າເກົ່າ, ປະຊາທິປະໄຕສົມບູນກວ່າເກົ່າ, ວິທະຍາສາດແລະການສຶກສາກ້າວໜ້າກວ່າເກົ່າ, ວັດທະນະທຳຈະເລີນຮຸ່ງເຮືອງກວ່າເກົ່າ, ສັງຄົມກົມກຽວກວ່າເກົ່າ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີງາມກວ່າເກົ່າ ໃຫ້ສຳເລັດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.