ກ່ອນຈະທໍາລາຍລູກລະເບີດບໍ່ທັນແຕກ 1 ລູກ ບໍ່ແມ່ນເລື້ອງງ່າຍ, ຕ້ອງໄດ້ກະກຽມຫຼາຍຢ່າງ. ວັນທີ 30 ມິຖຸນາ 2021 ທີມງານພາກສະໜາມ ຂອງ ໂຄງການ
ເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫົວພັນ ໄດ້ສໍາເລັດການທໍາລາຍລະເບີດໃຫຍ່ຢ່າງມີຄວາມປອດໄພຕາມຂັ້ນຕອນ ແລະ ເຕັກນິກວິຊາການ, ລະເບີດດັ່ງກ່າວ
ແມ່ນຕົກຄ້າງຢູ່ທີ່ ບ້ານ ນໍ້ານາດ, ເມືອງ ຫົວເມືອງ, ແຂວງ ຫົົວພັນ ເຊິ່ງເປັນລະເບີດໃຫຍ່ 750 ປອນ ແລະ ມີຟິວອັນຕະຫລາຍ ປະເພດ 123 ເຮັດໃຫ້ບໍ່
ສາມາດເຄື່ອນຍ້າຍໄປທໍາລາຍຢູ່ບ່ອນອື່ນໄດ້ ຈໍາເປັນຕ້ອງໄດ້ທໍາລາຍລະເບີດຢູ່ກັບທີ່.ຂໍຊົມເຊີຍທີມງານພາກສະໜາມທຸກຄົນ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງ
ຕັ້ງໜ້າ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃຫ້ຫຼຸດພົ້ນຈາກຄວາມສ່ຽງ ແລະ ເຮັດໃຫ້ທີ່ດິນມີປອດໄພຕໍ່ການນໍາໃຊ້.ພາບ ແລະ ຂ່າວໂດຍ: ທ່ານ ຄໍາຕົ້ນ ສົມອັກຄະມີໄຊ, ນັກວິຊາການທໍາລາຍລະເບີດຂັ້ນສູງ ຂອງ ຄກລ ແຂວງ ຫົວພັນ.