ແຈ້ງຂ່າວມໍລະນະພາບ ຄະນະສົງວັດມະຫາພຸດທະວົງສາປ່າຫຼວງ ຂໍແຈ້ງຂ່າວມາຍັງ ພໍ່ແມ່ຄູບາອາຈານ ສິດສານຸສິດທັງຫຼາຍທັງພາຍໃນ ແລະ ຕ່າງປະເທດໃຫ້ຊາບທົ່ວເຖິງກັນວ່າ: ຍາປູ່ ຄຳພາ ພັດສະໂລ ອະດີດເຈົ້າອະທິການວັດມະຫາພຸດທະວົງສາປ່າຫຼວງ ໄດ້ລະສັງຂານແລ້ວ ໃນຕອນເຊົ້າຂອງມື້ວັນທີ 29 ມິຖຸນາ 2021 ເວລາ
01:40 ນາທີ, ລວມອາຍຸໄດ້ 91 ປີ 37 ພັນສາ,ສ່ວນວ່າສາຣີລະສັງຂານຂອງຍາປູ່ຄຳພາ ພັດສະໂລ ແມ່ນໄດ້ຕັ້ງບຳເພັນກຸສົນຢູ່ທີ່ສາລາໂຮງທັມວັດມະຫາພຸດທະວົງສາປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ພິທີສູດອະພິທັມບຳເພັນກຸສົນ ຈະເລີ່ມແຕ່ວັນທີ 2-6 ກໍລະກົດ 2021 ໃນເວລາ 18:00 ນາທີ ເລີ່ມ
ເຂົ້າສູ່ພິທີສູດເປັນທາງການຂອງທຸກມື້.ກຳນົດການງານຊາປະນະກິດສົບຍາປູ່ຄຳພາ ພັດສະໂລ ດັ່ງນີ້:ວັນພຸດ ວັນທີ 07 ກໍລະກົດ 2021 ເປັນມື້ຊາປະນະກິດ, ເຄື່ອນຍ້າຍສົບສູ່ຫໍພະເມຣ ແລະ ເວລາ 19:00 ນາທີ ຖວາຍພະເພີງ.
ວັນສຸກ ວັນທີ 09 ກໍລະກົດ 2021 ເປັນມື້ເກັບອັຕຖິ.ວັນເສົາ ວັນທີ 10 ກໍລະກົດ 2021 ເປັນມື້ຕັດບາດ ຖວາຍສັງຄະທານແດ່ພຣະສົງ-ສາມະເນນ.ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງອອກຕົນຍາດໂຍມ ສິດສານຸສິດທັງຫຼາຍຊາບທົ່ວເຖິງກັນ ແລະ ຮຽນເຊີນຈະເລີນພອນອອກຕົນຍາດໂຍມທັງຫຼາຍ ຮ່ວມເປັນເຈົ້າພາບ ສູດອະ
ພິທັມ, ຮ່ວມເປັນເຈົ້າພາບໂຮງທານ ອາຫານ ແລະ ນ້ຳປານະໃນແຕ່ລະມື້ຂອງການບຳເພັນບຸນກຸສົນ ຊາປະນະກິດສົບຍາປູ່ຄຳພາ ພັດສະໂລ.
ເບີໂທຕິດຕໍ່: ພຣະອ.ຈ ຄຳປໍ ຫວັນມະໄຫຼ 020 2247 0702, ພຣະອ.ຈ ຊ່ອງແກ້ວ ວໍລະກຸມມານ 020 5500 6131