ມຊ ອອກໜັງສືແຈ້ງການ! ນັກສຶກສາປີສຸດທ້າຍທີ່ຂຽນບົດຈົບຊັ້ນບໍ່ທັນຕາມກຳນົດ ໃຫ້ສອບເສັງຈົບຊັ້ນແທນເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງເຝິກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດ
ທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້. ດັ່ງນັ້ນຄະນະນໍາມະຫາວິທະຍາໄລ
ແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021