ຫຼາຍຄົນເຊື່ອວ່າຄວາມຮ້ອນສາມາເອົາສະນະໂລກຮ້າຍຕ່າງໆໄດ້ບໍ່ວ່າຈະເປັນອາຫານຫຼືນໍ້າດື່ມຫາກປຸງສຸກດ້ວຍຄວາມຮ້ອນສູງຫຼືຕົ້ມຈົນຟົດກ່ອນທີ່ຈະນຳມາຮັບປະທານກໍ່ຈະບໍ່ເປັນອັນຕະລາຍຕໍ່ຮ່າງກາຍ
ຊຶ່ງນັ້ນກໍ່ຖືວ່າບໍ່ແມ່ນຄວາມເຊື່ອທີ່ຜິດແຕ່ອາດບໍ່ທັງໝົດ ເມື່ອສິ່ງທີ່ເຮົາໃຫ້ຄວາມຮ້ອນກັບມັນໂດຍສະເພາະນໍ້າໃນກາຕົ້ມນໍ້າເມື່ອເຮັດຊໍ້າໆຫຼາຍເທື່ອໂດຍບໍ່ປ່ຽນນໍ້າໃນການໍ້າທີ່ຄິດວ່າສະອາດປອດໄພ
ກັບໃຫ້ໂທດແກ່ຮ່າງກາຍຫຼາຍຫາກດື່ມເຂົ້າໄປເພາະນໍ້າທີ່ເຮົາໃຊ້ດື່ມໃນປັດຈຸບັນ ມັກປະສົມໄປດ້ວຍແຮ່ທາດຕ່າງໆຫຼາຍຊະນິດຫາກມີການຕົ້ມຈົດຟົດແລ້ວຫຼາຍເທື່ອຈະເຮັດໃຫ້ນໍ້າລະເຫີຍກາຍເປັນອາຍ
ແຕ່ກໍ່ຈະບໍ່ລະເຫີຍທັງໝົດ ຊຶ່ງໃນນໍ້າສ່ວນທີ່ເຫຼືອຢູ່ນັ້ນກໍ່ຈະເປັນປະະລິມານແຮ່ທາດຊະນິດຕ່າງໆທີ່ປະປົນເຫຼືອຢູ່ໃນຈຳນວນທີ່ເຂັ້ມຂຸ້ນຫຼາຍຂຶ້ນ ແລະ ທີ່ສຳຄັນຈະເຫຼືອຢູ່ເກີນມາດຕະຖານທີ່ຈະນຳມາບໍລິໂພກໄດ້
ໂດຍການປະຕິກິລິຍາທີ່ເກີດຂຶ້ນຂະນະນໍ້າຮ້ອນດົນໆນັ້ນກໍ່ຈະສົ່ງຜົນໃຫ້ອາຍອ່ອນຂອງ Silver nitrate ທີ່ມີຢູ່ໃນນໍ້າຈະປ່ຽນເປັນ Silver nitrate ຊຶ່ງເປັນສານທີ່ໃຫ້ໂທດແກ່ຮ່າງກາຍເຮັດໃຫ້ເກີດການລະຄາຍເຄືອງຕໍ່ເຍື່ອເມືອກ ແລະ
ທາງເດີນຫາຍໃຈອາດເຮັດໃຫ້ປອດຖືກທຳລາຍໄດ້ລວມໄປເຖິງດວງຕາ,ປະສາດ ແລະ ເລືອດ ນອກຈາກນີ້ຍັງລວມເຖິງແຮ່ທາດອື່ນໆກໍ່ມີປະລິມານເພີ່ມຫຼາຍຂຶ້ນ ເພາະການລະເຫີຍຂອງນໍ້າອາດຫຼາຍເກີນຂີດຈຳກັດຄວາມສາມາດຂອງຮ່າງກາຍໃນການກຳຈັດຂັບຖ່າຍອອກມາເປັນຂອງເສຍໄດ້
ດັ່ງນັ້ນ ຈຶ່ງບໍ່ຄວນດື່ມນໍ້າທີ່ຕົ້ມຮ້ອນແລ້ວຫຼາຍໆຄັ້ງທາງທີ່ດີຄວນຕົ້ມແຕ່ລະຄັ້ງໃຫ້ພໍດີກັບການໃຊ້ດື່ມ ແລະ ຈຳເປັນຕ້ອງປ່ຽນນໍ້າທຸກຄັ້ງຫາກຕ້ອງການສຳລັບການຕົ້ມນໍ້າທີ່ໃຊ້ຊົງກາເຟກໍ່ບໍ່ຄວນຕັ້ງກາຕົ້ມນໍ້າໃຫ້ຮ້ອນຕະຫຼອດເວລາ
ເພາະອາດຈະເຮັດໃຫ້ໂລຫະຕົກລົງມາປົນໄດ້ໝັ້ນເປີດຝາເບິ່ງຫາກເຫັນມີຄາບຕະກອນຕິດຄວນລ້າງກາໃໝ່ທັນທີພຽງເທົ່ານີ້ຄວນຮ້ອນກໍຈະບໍ່ສາມາດນຳສິ່ງແປກປອມທີ່ເປັນໂທດ ແລະ ອັນຕະລາຍຕໍ່ຮ່າງກາຍໄດ້ຢ່າງແນ່ນອນ