ຫົວໜ້າກອງເລຂາຄະນະສະເພາະກິດປ້ອງກັນໂຄວິດ-19 ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມໃຫ້ເຂັ້ມງວດປະຕິບັດມາດຕະການປ້ອງກັນໂຄວິດ, ບັນດາຜູ້ປະກອບການ ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫຼື ມີການລັກເປີດບໍລິການ ຊຶ່ງຈະມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ.ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈໍາການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫຼງຂ່າວການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 29 ມິຖຸນາ 2021 ວ່າ: ສະພາບການລະບາດ
ຂອງພະຍາດໂຄວິດ-19 ໃນໂລຍັງບໍ່ມີທ່າອ່ຽງຈະຫຼຸດລົງ, ຢູ່ພາຍໃນປະເທດເຮົາ ແລະ ຈໍານວນຜູ້ຕິດເຊື້ອໃນມື້ນີ້ເຫັນວ່າ ຍັງມີຜູ້ຕິດເຊື້ອພາຍໃນປະເທດ ເພີ່ມຂຶ້ນ 25 ຄົນ ນອກຈາກຢູ່ນະຄອນຫຼວງວຽງຈັນແລ້ວ, ຍັງພົບເຫັນການລະບາດໃນຊຸມຊົນ ຢູ່ແຂວງວຽງຈັນ, ໄຊຍະບູລີ, ຫຼວງນ້ຳທາ. ຖ້າບັນດາທ່ານໄດ້ຕິດຕາມການຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດ ກໍຈະຊາບວ່າ ນັບແຕ່ກາງເດືອນ ເມສາ 2021 ຢູ່ ສປປ ລາວ ເລີ່ມມີການລະບາດໃນຊຸມຊົນອີກຮອບໃໝ່ ຊຶ່ງມີຈຸດເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນໄດ້ແຜ່ລາມ ໄປຍັງບັນດາແຂວງໃນທົ່ວປະເທດ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເພີ່ມຂຶ້ນ ຫຼາຍກວ່າພັນຄົນ.
ເຖິງແມ່ນວ່າ ປັດຈຸບັນສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ມີທ່າອ່ຽງຫຼຸດລົງ ທຽບໃສ່ການຈັດຕັ້ງປະຕິບັດແຈ້ງການຜ່ານມາ, ແຕ່ກໍຍັງພົບເຫັນຜູ້ຕິດເຊື້ອ, ຍິ່ງໄປກວ່ານັ້ນ ມີກໍລະນີ ການຕິດເຊື້ອສູ່ເດັກນ້ອຍເພີ່ມຂຶ້ນ. ນອກຈາກນີ້, ສະພາບການໃນຕໍ່ໜ້າ ຍັງມີສິ່ງທ້າທາຍຫຼາຍດ້ານເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດໂຄວິດ-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກຄົນ, ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ໂດຍສະເພາະການຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫຼື ມີການລັກເປີດບໍລິການ ຊຶ່ງຈະມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ.ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ ປະຊາຊົນລາວ ແລະ ທຸກຄົນໃນສັງຄົມ ຈົ່ງເປັນຫູເປັນຕາ ຊ່ວຍຕິດຕາມ ສະພາບການໃນສັງຄົມ, ຖ້າພົບເຫັນການລະເມີດມາດຕະການ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂໃຫ້ທັນການ.
ພ້ອມກັນນີ້, ດັ່ງທີ່ພວກເຮົາຮູ້ວ່າ ສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງຮຸນແຮງ ແລະ ພົບເຫັນຫຼາຍສາຍພັນ ທີ່ສາມາດແຜ່ເຊື້ອໄດ້ໄວ ກວ່າເກົ່າ. ການເກີດລະບາດໃນຊຸມຊົນ ຮອບທີ 2 ກໍເນື່ອງມາຈາກ ການນຳເຊື້ອເຂົ້າມາຂອງບຸກຄົນ ທີ່ບໍ່ຜ່ານດ່ານທາງການ, ເປັນການເຂົ້າເມືອງຜິດກົດໝາຍ.ສະນັ້ນ, ຂໍຮຽກຮ້ອງມາຍັງ ໃຫ້ບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຕິດຕາມ ກວດກາຕາມລຳນ້ຳເຂດຊາຍແດນລະຫວ່າງປະເທດ ແລະ ຊາຍແດນທາງບົກ ເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.
ອີກຢ່າງໜຶ່ງ ຂໍໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ປະຕິບັດມາດຕະການຈຳກັດບໍລິເວນ ຢ່າງເຄັ່ງຄັດ ໂດຍສະເພາະໄລຍະລໍຖ້າຜົນການກວດຫາເຊື້ອ ພາຍຫຼັງມາເກັບຕົວຢ່າງກວດຫາເຊື້ອ ໃຫ້ຈຳກັດຕົວເອງຢູ່ເຮືອນຂອງຕົນ, ບໍ່ໃຫ້ເດີນທາງໄປໃສ. ເມື່ອຜົນກວດອອກເປັນລົບ ກໍ່ຕ້ອງສືບຕໍ່ຈຳກັດບໍລິເວນໃຫ້ຄົບ 14 ວັນ.ໃຫ້ທົ່ວສັງຄົມ ຕິດຕາມຂໍ້ມູນຂ່າວສານຜ່ານສື່ທາງການ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ແຊຂໍ້ມູນທີ່ບິດເບືອນ ຫຼື ບໍ່ມີຄວາມຈິງ ຊຶ່ງຈະສ້າງຄວາມປັ່ນປ່ວນ,ແຕກຕື່ນ ແລະ ຄວາມບໍ່ສະຫງົບ ໃນສັງຄົມສິ່ງສຳຄັນ, ໃນການເຄື່ອນໄຫວ ດຳລົງຊີວິດ ປະຈຳວັນ ຂໍໃຫ້ທຸກຄົນ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ເປັນປະຈຳ.