ໃນວັນທີ 28 ມິຖຸນາ 2021 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງຄຳ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ທ່ານ ຮອ ຄຳມອນ ວັນນະວົງ ຫົວໜ້າກອງຈະລາຈອນ ກ່າວວ່າ ເພື່ອເປັນການປ້ອງກັນແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ສະນັ້ນ ກອງຈະລາຈອນ ປກສ ເມືອງວຽງຄຳ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທດສະບານ ແຂວງວຽງຈັນ ຜ່ານການລົງກວດກາຕົວຈິງຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 22 ຄັນ ມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງ
ວຽງຄຳ ເພື່ອທຳລາຍຢາງຕີນລົດ ແລະ ທໍ່ໄອເສຍ ທີ່ບໍ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກ ແລ້ວປ່ຽນຖ່າຍໃໝ່ ພ້ອມນັ້ນຍັງຍົກໃຫ້ເຫັນສະພາບການສັນຈອນໃນປະຈຸບັນ ແລະ ຜົນໄດ້ຜົນເສຍຂອງການດັດແປງສະພາບເຕັກນິກຂອງລົດ ອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ
ເສຍເງິນຄຳພໍ່ແມ່ ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫຼວງ ກໍ່ແມ່ນບັນຫາໜຶ່ງ ເຊິ່ງນັກຂັບຂີ່ແຕ່ລະຄົນຕ້ອງໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້, ສະພາບເຕັກນິກຂອງລົດຕ້ອງຢູ່ໃນສະພາບເດີມທີ່ໂຮງງານຜະລິດອອກມາເທົ່ານັ້ນ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ພັດມີນັກຂັບຂີ່ຈຳນວນໜຶ່ງມີການ
ຝ່າຝືນບໍ່ເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນແມ່ນການຂັບຂີ່ລົດຈັກເປັນພຶງເປັນແພ ກີດຂວາງການສັນຈອນ, ດັດແປງທໍ່ໄອເສຍເຮັດໃຫ້ມີສຽງລົບກວນຄົນອື່ນໃນເວລາກາງຄືນ, ໃສ່ຕີນນ້ອຍບໍ່ຖືກຕາມຂະໜາດມາດຕະຖານຂອງໂຮງານຜະລິດ ແລະອື່ນໆ ນີ້ກໍ່ແມ່ນສາເຫດໜຶ່ງ ທີ່ພາໃຫ້ຕົວເລກອຸປະຕິເຫດເພີ່ມຂຶ້ນຢ່າງຫຼວງຫຼາຍ
ທັງສູນເສຍວັດຖຸເງິນຄຳ ຮ້າຍແຮງໄປກວ່ານັ້ນກໍ່ກ້າວໄປເຖິງຂັ້ນເສຍຊີວິດ ຈາກສະພາບຄືດັ່ງກ່າວຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ ຈົ່ງຢຸດເຊົາການປະພຶດຕົວໄປໃນທາງທີ່ບໍ່ຖືກຕ້ອງ ແລ້ວປ່ຽນແນວຄິດຂອງຕົນເອງໄປໃນທາງທີດີ ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ຈາກນັ້ນກໍ່ມີການປ່ຽນຖ່າຍທໍ່ໄອເສຍ ແລະ ຕີນລົດທີ່ນ້ອຍກວ່າມາດຕະຖານອອກແລ້ວເອົາໃສ່ໃໝ່ ເພື່ອໃຫ້ຖືກຕ້ອງຕາມຂະໜາດແລະມາດຕະຖານຂອງໂຮງງານຜະລິດ ຫຼັງຈາກປ່ຽນສຳເລັດແລ້ວຈຶ່ງສົ່ງຄືນໃຫ້ເຈົ້າຂອງເດີມໄປນຳໃຊ້ຕາມປົກກະຕິ ໂອກາດດຽວກັນນີ້ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ເມືອງວຽງຄຳ ຈຶ່ງໄດ້ເອົົາຢາງຕີນລົດ ແລະ ທໍ່ໄອເສຍທີ່ດັດແປງໄປທຳລາຍຖີ້ມ.