ທະນາຄານ ລາວຫວຽດ ຮ່ວມໃຈຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງໄຊຍະບູລີ

    0
    387

    LaoVietBank ຮ່ວມໃຈຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງໄຊຍະບູລີ.ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແຂວງໄຊຍະບູລີ ເມື່ອວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ໂດຍສະເພາະແມ່ນຄອບຄົວຜູ້ທີ່ຖືກນໍ້າຖ້ວມ, ເນື້ອທີ່ທໍາການຜະລິດ ແລະ ສັດລ້ຽງ

    ເສຍຫາຍສົມຄວນ. ໃນລະຫວ່າງວັນທີ 26-27 ມິຖຸນາ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ພ້ອມດ້ວຍຄະນະ ກໍ່

    ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ຕາງໜ້າ LaoVietBank, ນໍາພາໂດຍທ່ານ ສີປະເສີດ

    ຄ່ວງສະຫວັນ, ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ພ້ອມດ້ວຍຜູ້ຕາງໜ້າຂອງ 03 ອົງການຈັດຕັ້ງ (ຊາວໜຸ່ມ, ແມ່ຍິງ

    ແລະ ກໍາມະບານ ທລວ) ເຂົ້າຮ່ວມ.ສຳລັບເຄື່ອງອຸປະໂພກ-ບໍລິໂພກທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ແລະ ອື່ນໆ ລວມມູນຄ່າທັງໝົດ 40 ລ້ານກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.