ຊົມເຊີຍໄຟຟ້າລາວເຮັດແທ້ທຳຈີງ ກວດສອບທຸກຄວາມຜິດພາດ

    0
    498

    ເພິ່ນວ່າສັດສີ່ຕີນຍັງຮູ້ພາດ ນັກປາດຍັງຮູ້ຫຼົງ ຫົງຄຳຍັງຖືກບ້ວງ ອັນນັ້ນບບໍຕິກັນ ແຕ່ສຳລັບເລື່ອງເງິນຄຳໆຕ້ອງໄດ້ເວົ້າກັນຖ້າພິລຶກຫຶກໜາເຖິງຂັ້ນຕົກໃຈບໍເຄີຍມີໃນປະຫວັດສາດຂອງການຊົມໃຊ້ກະແສໄຟມາ.

    ແມ່ນຢູ່ 2 ເດືອນຫຼັງມານີ້ທຸກຄົນລັອກດວເກັບໂຕເອງຢູ່ບ້ານຢູ່ເຮືອນໃຊ້ໄຟຫຼາຍ ແຕ່ກໍ່ພໍປະເມີນການໃຊ້ງານໄດ້ ຖ້າສູງເກີນໄປກໍ່ຕ້ອງສອບຖາມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງກວດສອບຖ້າຫາກຈຳເປັນ ທັ້ງໝົດນັ້ນພໍ່ເພື່ອຄວາມຍຸຕິທຳຂອງຜູ້ຊົມໃຊ້.

    ຫຼ້າສຸດຈາກກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ, ລັດວິສາຫະກິດໄຟຟ້າລາວບໍ່ໄດ້ນິ້ງດູດາຍ ຕັ້ງຄະນະກຳມະການກວດສອບຄວາມເປັນຈີງແລ້ວ.


    ຕໍ່ກັບເຫດການດັ່ງ ວັນທີ 26 ມິຖຸນາ 2021 ຄະນະກໍາມະການຄົ້ນຄວ້າ ແລະ ປະຕິບັດລະບຽບວິໄນ ລັດວິສາຫະກິດ ໄຟຟ້າລາວ ຈະໄດ້ທໍາການສອບສວນຫາສາເຫດທີ່ກໍ່ໃຫ້ເກີດຄວາມຜິດພາດ ແລະ ດໍາເນີນການແກ້ໄຂໂດຍໄວ.
    ລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພຕໍ່ຜູ້ຊົມໄຊ້ໄຟຟ້າທຸກທ່ານ ແລະ ພ້ອມຈະແກ້ໄຂຂໍ້ຜິດພາດທີ່ເກີດຂື້ນ. ຖ້າໃບບິນຄ່າໄຟຟ້າຂອງທ່ານ ມີມູນຄ່າການໃຊ້ພະລັງງານສູງຜິດປົກກະຕິ ຫລື ມີການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງ ຜິດປົກກະຕິ, ຂໍຄວາມກະລຸນາ ແຈ້ງເບີສາຍດ່ວນ 1199 ຫລື ສູນບໍລິການໄຟຟ້າ ໃກ້ບ້ານຂອງທ່ານ ເພື່ອດໍາເນີນການ ກວດກາໃຫ້ທັນເວລາ.


    ຖ້າທ່ານບໍ່ໄດ້ຮັບຄໍາຕອບພາຍໃນ 7 ວັນ ທ່ານສາມາດເຂົ້າມາປະສານງານ ທີ່ສໍານັກງານ ຝ່າຍຈໍາໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ຫລື ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

    ເພື່ອຄວາມສະບາຍໃຈຂອງຜູ້ຊົມໃຊ້ໄຟຟ້າ ເລີ່ມແຕ່ວັນທີ 28 ມີຖຸນາ 2021 ເປັນຕົ້ນ​ໄປ, ລັດວິສາຫະກິດໄຟຟ້າລາວ ຈະເປີດຈຸດຮັບຄຳຮ້ອງເພື່ອແກ້ໄຂບັນຫາລາຄາໄຟຟ້າ ແລະ ການບໍລິການ,​ ຢູ່ທີ່ສຳນັກງານ ຝ່າຍລະບົບຈຳຫນ່າຍ,​ ຊັ້ນ1 ບ້ານ ຫນອງບຶກ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ແຕ່ວັນຈັນ ຫາ​ ວັນສຸກ, ເວລາ​ 08:00 ໂມງ​ ຫາ​ 18:00 ໂມງ ຫາກທ່ານໃດເຫັນວ່າໃບຄ່າໄຟ, ການບໍລິການຂອງໄຟຟ້າຍັງມີຂໍ້ບົກພ່ອງຢາກສະເໜີໃຫ້ປັບປຸງແກ້ໄຂ ສາມາດເອົາບັນຫາຂອງທ່ານເຂົ້າໄປສະເໜີຕໍ່ເພິ່ນໄດ້ເລີຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.