ມາເລເຊຍ ຂະຫຍາຍເວລາການປິດປະເທດ ຂປລ.ຕາມແຫລ່ງຂ່າວ ກົວລາລຳເປີຂອງ ມາເລເຊຍ, ວັນທີ 27 ມິຖຸນາ, ທ່ານ ມູຢິດດິນ ຢັສຊິນ ນາຍົກລັດ ຖະມົນຕີ ມາເລເຊຍ ປະກາດ ຂະຫຍາຍ ມາດຕະການ ປິດປະເທດ(ລອກດາວ) ທີ່ຈະສິ້ນສຸດ ໃນວັນທີ 28 ມິຖຸນານີ້ ຕໍ່ໄປອີກ ຈົນກ່ວາ ຍອດຜູ້ຕິດເຊື້ອ ໂຄວິດ-19
ລາຍວັນ ຫລຸດລົງ ຕໍ່າກວ່າ 4.000 ຄົນ ພ້ອມທັງ ຈະປະກາດ ມາດຕະການ ຊ່ວຍເຫລືອ ສັງຄົມ ໃນວັນທີ 28-29 ມິຖຸນານີ້. ໃນຂະນະນີ້, ຍອດຈຳນວນຄົນເຈັບ
ໜັກ ຫລຸດລົງ ເຫລືອ ລະດັບ ປານກາງ ແລະ ຍອດຜູ້ສັກວັກຊິນ ຢ່າງໜ້ອຍ 10% ປັດຈຸບັນ, ມາເລເຊຍ ມີຜູ້ຕິດເຊື້ອລາຍໃໝ່ ລວມມີ 5.803 ຄົນ, ຄົນເຈັບ ປິ່ນປົວ ຫາຍດີ 60.646 ຄົນ ສົ່ງຜົນໃຫ້ ຍອດຈຳນວນ ຜູ້ຕິດເຊື້ອ ສະສົມ 728.462 ຄົນ ແລະ ເສຍຊີວິດ ເພີ່ມຂຶ້ນ 81 ຄົນ ລວມເປັນ 4.884 ຄົນ.