ອິນໂດເນເຊຍ ຈະສັກວັກຊິນ ປ້ອງກັນ ໂ ຄ ວ ິ ດ ໃຫ້ເດັກນ້ອຍ-ເຍົາວະຊົນ

    0
    340

    ອິນໂດເນເຊຍ ຈະສັກວັກຊິນ ປ້ອງກັນໂ ຄ ວ ິ ດ ໃຫ້ເດັກນ້ອຍ-ເຍົາວະຊົນ ຂປລ.ຕາມແຫລ່ງຂ່າວ ຊິນຮວາຂອງຈີນ, ວັນທີ 26 ມິຖຸນາ, ອິນໂດເນເຊຍ ພວມພິຈາລະນາ ການສັກວັກຊິນ ຊີໂນແວກ(Sinovac) ແລະ ໄຟເຊີ(Pfizer) ປ້ອງກັນ ໂຄວິດ-19 ໃຫ້ເດັກນ້ອຍ-ເຍົາວະຊົນ ຫລັງຈາກ ກວດພົບ ຜູ້ຕິດເຊື້ອ ໂຄ

    ວິດ-19 ຊະນິດ ກາຍພັນ ສາຍພັນ ເດລຕາ (Delta) ຊຶ່ງໄດ້ແຜ່ລະບາດ ໃນກຸ່ມເດັກນ້ອຍ ແລະ ເຍົາວະຊົນ. ທ່ານ ບູດີ ກູນາດີ ຊາດີກິນ ລັດຖະມົນຕີ ກະຊວງ ສາທາ ລະນະສຸກ ອິນໂດເນເຊຍ ຖະແຫລງ ທາງອອນລາຍ ວ່າ ອິນໂດເນເຊຍ ຈະສັກວັກຊິນ ທ່ີໄດ້ຮັບ ອະນຸມັດ ໃນກໍລະນີ ສຸກເສີນ ສຳລັບ ກຸ່ມ

    ເດັກນ້ອຍ ທ່ີມີອາຍຸນ້ອຍພາຍໃນປະເທດ ໂດຍພົບວັກຊິນຂອງຊິໂນແວກ ໃຊ້ສຳລັບກຸ່ມເດັກນ້ອຍ ທ່ີມີອາຍຸ 3-17 ປີ ແລະ ວັກຊິນ ໄຟເຊີ ສຳລັບກຸ່ມເດັກນ້ອຍ ທ່ີມີອາຍຸ 12-17 ປີ ແລະ ອື່ນໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.