27 ມີຖຸນາ 2021 ເວລາປະມານ 20:00 ໂມງ,ຢູ່ທີ່ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໄດ້ມີລົດປະເພດ SUV ນ້ອຍຄັນໜຶ່ງເກີດອຸປະຕິເຫດໄຟໄໝ້ຂຶ້ນເອງຢູ່ຊ່ວງທາງລະຫວ່າງສະຖານີນະຄອນຫລວງວຽງຈັນ-ສະຖານີວັງວຽງ, ຈຸດທາງແຍກຂອງສະຖານີເກັບເງິນໂພນຄຳ, ເມື່ອພະນັກງານ ແລະ ຕຳຫຼວດຈະລາຈອນຂອງທາງ
ດ່ວນນະຄອນຫລວງວຽງຈັນ-ວັງວຽງໄດ້ຮັບແຈ້ງເຫດ, ກໍ່ໄດ້ຮີບຮ້ອນໄປທີ່ຈຸດເກີດເຫດທັນທີ,ເມື່ອໄປຮອດຈຸດເກີດເຫດກໍ່ໄດ້ຕິດຕັ້ງອຸປະກອນແຈ້ງເຕືອນ, ພ້ອມທັງປະຕິບັດວຽກງານຄຸ້ມຄອງການສັນຈອນ, ເພື່ອຮັບປະກັນຄວາມປອດໄພຂອງຍານພາຫະນະຄັນອື່ນທີ່ຜ່ານໄປມາ, ໃນຂະນະດຽວກັນກໍ່ໄດ້ແຈ້ງໄປຫາໜ່ວຍງານດັບເພີງ
ດ່ວນເກີດ ອຸປະຕິເຫດຮຸນແຮງ ຢູ່ທາງດ່ວນ ລົດເສຍຫາຍໝົດຄັນທັນທີ.ປະຈຸບັນລົດທີ່ເກີດໄຟໄໝ້ຄັນດັ່ງກ່າວໄດ້ຖືກກູ້ໄພ ແລະ ດັບເພີງເປັນທີ່ຮຽບຮ້ອຍແລ້ວ, ອຸປະຕິເຫດໃນຄັ້ງນີ້ບໍ່ມີຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ.ອີງຕາມການ
ກວດສອບໃນສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ, ເບື້ອງຕົ້ນໄດ້ສັນນິຖານວ່າສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ເກີດຈາກເຄື່ອງຈັກຂອງລົດຄັນດັ່ງກ່າວເກີດຂັດຂ້ອງ.ຈາກການເກີດອຸປະຕິເຫດໃນຄັ້ງນີ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງຂໍແຈ້ງເຕືອນມາຍັງນັກຂັບຂີ່ທຸກວ່າ: ໃນລົດຂອງຜູ້ຂັບຂີ່ທຸກທ່ານຄວນ
ມີການຕິດຕັ້ງອຸປະກອນດັບເພີງ, ເພາະໃນຂະນະທີ່ໄຟເລີ່ມໄໝ້ນັ້ນແປວໄຟແມ່ນຈະຂ້ອນຂ້າງນ້ອຍ ແລະ ທ່ານກໍ່ຈະສາມາດໃຊ້ອຸປະກອນດັບເພີງທີ່ຕິດຕັ້ງມາໃນລົດນັ້ນຄວບຄຸມເພີງໄດ້.