ປະຊາຊົນສາມາດຮ້ອງຟ້ອງອົງການຈັດຕັ້ງລັດ ພະນັກງານ ລັດຖະກອນ ທີ່ເຮັດຜິດໄດ້ແລ້ວ

    0
    755

    ນີ້ເປັນຄັ້ງທໍາອິດ ແລະ ເປັນບາດກ້າວສຳຄັນໃນລະບົບກົດໝາຍ ໃນຂະບວນການຍຸຕິທຳໃນ ສປປ ລາວ ປະທານປະເທດໄດ້ອອກລັດຖະດຳລັດວ່າດ້ວຍ: “ການດຳເນີນຄະດີປົກຄອງ” ສະບັບເລກທີ 001/ປປທ, ລົງວັນທີ 19 ມິຖຸນາ 2021 ການອອກລັດຖະດຳລັດສະບັບນີ້ ເປັນການຢັ້ງຢືນເຖິງຄວາມຈົບງາມ ແລະ ຄຸນລັກສະນະທີ່ດີເລີດຂອງລະບອບປະຊາທິປະໄຕປະຊາຊົນ, ເພື່ອສິດຜົນປະໂຫຍດອັນແທ້ຈິງຂອງປະຊາຊົນ, ຢັ້ງຢືນເຖິງລະບອບນີ້ແມ່ນລະບອບຂອງປະຊາຊົນ ໂດຍຖືເອົາປະຊາຊົນເປັນກົກເໜືອກວ່າສິດຜົນປະໂຫຍດອື່ນໃດ.

    ປະຊາຊົນເປັນເຈົ້າຂອງປະເທດຊາດ, ເປັນຜູ້ຕັດສິນຊະຕາກຳປະເທດຊາດ, ດ້ວຍເຫດໃດປະຊາຊົນຈຶ່ງບໍ່ສາມາດຮ້ອງຟ້ອງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ທີ່ກິນເງິນເດືອນພາສີຂອງປະຊາຊົນ ແລ້ວກະທຳຜິດໄດ້. ການທີ່ໃຫ້ສິດປະຊາຊົນພົນລະເຮືອນສາມາດຮ້ອງຟ້ອງອົງການຈັດຕັ້ງລັດ ແລະ ພະນັກງານລັດຖະກອນໄດ້ ແມ່ນຄວາມກ້າວໜ້າກະໂດດຂັ້ນທີ່ຍິ່ງໃຫ່ຍບໍ່ເຄີຍມີມາກ່ອນ. ຊຶ່ງອັນນີ້ມັນສະແດງໃຫ້ເຫັນທາດແທ້ຄວາມຈົບງາມ ເປັນຄວາມກ້າວໜ້າຂອງລະບອບປະຊາທິປະໄຕປະຊາຊົນຢ່າງແທ້ຈິງ.

    ໃນເມື່ອກ່ອນ, ປະຊາຊົນຜູ້ທີ່ເປັນເຈົ້າຂອງປະເທດຊາດ ບໍ່ທັນໄດ້ຮັບສິດດັ່ງກ່າວ ຈຶ່ງເຮັດໃຫ້ຄວາມຮັບຜິດຊອບ ແລະ ພັນທະຂອງປະຊາຊົນຕໍ່ຊະຕາກຳຂອງປະເທດຊາດບໍ່ສູງເທົ່າທີ່ຄວນ. ບັດນີ້ ການເພີ່ມສິດ, ເພີ່ມອຳນາດໃຫ້ແກ່ປະຊາຊົນ ມັນແມ່ນຄຸນລັກສະນະທີ່ດີເລີດຂອງລະບອບສັງຄົມນິຍົມ, ມັນແມ່ນການສົ່ງເສີມສິດທິປະຊາມິປະໄຕປະຊາຊົນ, ສົ່ງເສີມຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງຂອງປະຊາຊົນ, ສົ່ງເສີມຄວາມຮັບຜິດຊອບ ແລະ ພັນທະຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ ແລະ ກາຍເປັນເຈົ້າຂອງປະເທດຊາດຢ່າງເຕັມສ່ວນ.

    ລັດຖະດຳລັດ ເຖິງຍັງບໍ່ທັນເປັນກົດໝາຍຢ່າງເຕັມໂຕກໍຕາມ ແຕ່ມັນໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການກໍ່ສ້າງກົດໝາຍການປົກຄອງໃນຕໍ່ໜ້າ ແລະ ໃນຂະນະນີ້ ປະຊາຊົນສາມາດນຳໃຊ້ລັດຖະດຳລັດສະບັບນີ້ດຳເນີນການຮ້ອງຟ້ອງຕໍ່ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນທີ່ກະທຳຜິດໄດ້ຢ່າງເປັນທາງການນັບແຕ່ມື້ລົງລາຍເຊັນຂອງປະທານປະເທດເປັນຕົ້ນໄປ.

    ປະຊາຊົນຄົນລາວມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບສິດພື້ນຖານຂອງພົນລະເມືອງ ທັງເປັນສິດທີ່ຈຳເປັນໃນການດຳເນີນລະບອບປະຊາທິປະໄຕ ປະຊາຊົນ ໃຫ້ກວ້າງຂວາງ, ເປັນສິ່ງເຊີດຊູໜ້າຕາລະບອບສັງຄົມນິຍົມທີ່ດີເລີດ. ຂະນະນີ້ ເຖີງແມ່ນບໍ່ທັນໄປເຖີງຈຸດໝາຍປາຍທາງທີ່ດີເລີດອັນແທ້ຈິງຂອງລະບອບສັງຄົມນິຍົມກໍຕາມ ແຕ່ກໍເຊື່ອໝັ້ນວ່າ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຕັມສ່ວນລັກສະນະທີ່ດີເລີດຂອງລະບົບສັງຄົມນິຍົມເທື່ອລະກ້າວ.

    ພວກເຮົາປະຊາຊົນຄົນລາວທຸກຖ້ວນໜ້າ ຈົ່ງສະໜັບສະໜູນ ໃຫ້ການຮ່ວມໄມ້ຮ່ວມມື ແລະ ຈັດຕັ້ງຜັນຂະຫຍາຍລັດຖະດຳລັດສະບັບນີ້ໃຫ້ປາກົດຜົນເປັນຈິງ, ເສີມຂະຫຍາຍສິດເປັນເຈົ້າປະເທດຊາດ, ສິດປະຊາທິປະໄຕຂອງປະຊາຊົນໃຫ້ເຕັມສ່ວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ລະບອບປະຊາທິປະໄຕ ປະຊາຊົນ, ລະບົບກົດໝາຍ, ຄວາມຍຸຕິທຳ ໃນ ສປປລ ລາວ ໃຫ້ສຳເລັດຜົນ ແລະ ກ້າວຂຶ້ນສັງຄົມນິຍົມຢ່າງມີໄຊ.
    ຂໍ້ມູນຂ່າວ: ລາວພັດທະນາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.