2 ວັກຊີນຂອງກຸຍບາ ມີປະສິດທິພາບສູງ ເຮັດໃຫ້ຫຼາຍຊາດຂໍຊື້

    0
    648

    ໜ່ວຍງານດ້ານວັກຊີນຂອງກຸຍບາ ເປີດເຜີຍເມື່ອວັນທີ 25 ມິຖຸນານີ້ ໃຫ້ຮູ້ວ່າ: ນານາຊາດໃຫ້ຄວາມສົນໃຈຕໍ່ການຂໍຊື້ວັກຊີນຕ້ານໂຄວິດ-19 ທີ່ພັດທະນາຂຶ້ນເອງໃນ ກຸຍບາ 2 ຊະນິດຄື: ວັກຊີນ ອັບດາລາ ແລະ  ໂຊເບຣານາ2 ຫຼັງຈາກມີການເປີດເຜີຍປະສິດທິພາບທາງ ຄລີນິກຢູ່ໃນລະດັບສູງເຖິງ 92,28% ແລະ 62%.ເມື່ອບໍ່ເທົ່າໃດວັນມານີ້, ສະຖາບັນ ຟິນເລີຍ ຊຶ່ງເປັນໜຶ່ງໃນອົງກອນວິໄຈດ້ານວິທະຍາສາດແຖວໜ້າຂອງ ກຸຍບາ ຮ່ວມກັບສູນພັນວິສາວະກຳ ແລະ ເຕັກໂນໂລຊີແຫ່ງຊາດ

    ກຸຍບາ ໄດ້ເປີດເຜີຍຜົນການທົດສອບປະສິດທິພາບທາງຄລີນິກໃນໄລຍະທີ 3 ຂອງວັກຊີນ ອັບດາລາ ຊຶ່ງຕ້ອງສັກ 3 ເຂັມ ໂດຍພົບວ່າມີປະສິດທິພາບ 92,28%.ຂະນະທີ່ກ່ອນໜ້ານີ້ ວັກຊີນຕ້ານໂຄວິດ-19 ອີກຊະນິດໜຶ່ງຄື ໂຊເບຣານາ2 ທີ່ພັດທະນາໂດຍສະຖາບັນ ຟິນເລີຍ ເຊັ່ນກັນ ກໍພົບວ່າມີປະສິດທິພາບ 62% ຫຼັງການສັກ 2 ເຂັມ ຈາກທັງໝົດ 3 ເຂັມ ຊຶ່ງນັບວ່າເກີນມາດຕະຖານທີ່ອົງການອະນາໄມໂລກຄັ້ງໄວ້ ໂດຍຂະນະນີ້ມີຫຼາຍປະເທດ ໂດຍສະເພາະ ຫວຽດນາມ, ອາກ

    ເຈນຕີນາ ແລະ ອີຣານ ໃຫ້ຄວາມສົນໃຈຕິດຕໍ່ຂໍຊື້ວັກຊີນຈາກ ກຸຍບາ ແລ້ວ ຂະນະທີ່ ກຸຍບາ ໄດ້ບໍລິຈາກວັກຊິນ ອັບດາລາ ຈຳນວນ 30.000 ເຂັມໄປໃຫ້ແກ່ ເວເນຊູເອລາ ເມື່ອວັນທີ 24 ມິຖຸນາທີ່ຜ່ານມາແລ້ວ ຕາມຂໍ້ຕົກລົງການຄ້າທີ່ເຮັດໄວ້ລະຫວ່າງກັນ ໂດຍນອກຈາກວັກຊີນທັງສອງຊະນິດນີ້ແລ້ວ, ກຸຍບາ ຍັງມີການ

    ພັດທະນາວັກຊີນຕ້ານໂຄວິດອີກ 3 ຊະນິດ ຊຶ່ງລວມທັງໝົດມີ 5 ຊະນິດ ຊຶ່ງວ່າຈະມີຄວາມຄືບໜ້າຂອງຜົນການທົດລອງຕາມມາໃນໄລຍະຕໍ່ໄປ.ຄາດວ່າວັກຊີນທັງ 2 ຊະນິດນີ້ຈະໄດ້ຮັບການອະນຸມັດໃຫ້ໃຊ້ສຸກເສີນໃນໄວໆນີ້ ຂະນະທີ່ຈະບວນການພິຈາລະນາຮັບຮອງຈາກອົງການອະນາໄມໂລກກຳລັງຈະເລີ່ມຂຶ້ນໃນອີກບໍ່ເທົ່າໃດວັນ ຄາດວ່າຈະໃຊ້ເວລາບໍ່ດົນ ກໍຈະເຮັດໃຫ້ທົ່ວໂລກມີວັກຊີນອີກ 2 ຊະນິດເຂົ້າມາເສີມໃນການຮັບມືກັບການລະບາດຂອງໂຄວິດ-19 ໃນອະນາຄົດອັນໃກ້ໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.