ຄົ້ນພົບກະໂຫລກຫົວມະນຸດບູຮານ ມີອາຍຸ 146.000ປີ ຂປລ.ໜ່ວຍງານ ນັກຄົ້ນຄວ້າ ຈາກອັງກິດ ແລະ ສະພາບັນດິດ ວິທະຍາສາດຈີນ (CAS)ເປີດເຜີຍ ໃນວັນທີ່26ມິຖຸນານີ້ວ່າ:ຄົ້ນພົບ ມະນຸດ ບູຮານ ສາຍພັນໃໝ່ ທີ່ເຄີຍດຳລົງຊີວິດ ໃນທາງຕາເວັນອອກ ສ່ຽງເໜືອ ຂອງຈີນ ມີອາຍຸ ປະມານ 146.000 ປີ ໂດຍມະນຸດ
ບູຮານ ທີ່ມີສາຍພັນ ວິວັດທະນາການ ທີ່ໃກ້ຊິດ ທີ່ສຸດ ກັບມະນຸດ ສະໄໝຍຸກ ປັດຈຸບັນ ຫລາຍທີ່ສຸດ ໄດ້ຮັບຊື່ວ່າ ມະນຸດມັງກອນ(Dragon Man)ມີການຄົ້ນພົບ ກະໂຫລກຫົວ ຂະໜາດໃຫຍ່ ຂອງມະນຸດ ບູຮານ ເພດຊາຍ ອາຍຸ 50ປີ ທີ່ເມືອງຮາບິນ ແຂວງເຮຍຫລົງເຈຍ ຄົ້ນພົບ ຕັ້ງແຕ່ປີ 1933 ແຕ່ຫາກໍ ໄດ້ຮັບຄວາມສົນໃຈ ແລະ ຖືກນຳໄປສຶກສາ ວິເຄາະໂດຍ ນັກຄົ້ນຄວ້າ ເມື່ອບໍ່ດົນມານີ້ ໄດ້ນຳຮູບ ຈຳລອງ ໃບໜ້າຂອງ ມະນຸດ ມັງກອນ(Homo longi)ທີ່ເປັນຊົນເຜົ່າ ຄົນບູຮານ
ທີ່ມີວິວັດທະນາການ ແຍກສາຍອອກໄປຈາກ ບັນພະບູລຸດ ທີ່ມີຮ່ວມກັບ ມະນຸດຍຸກໃໝ່ ຫລື ໂຮໂມ ເຊປຽນ (Homo sapiens)ນັບເປັນສາຍພັນ ທີ່ເປັນຍາດ ໃກ້ຊິດກັບ ມະນຸດ ຍຸກໃໝ່ ຫລາຍທີ່ສຸດ ໃນບັນດາ ມະນຸດ ບູຮານ ທີ່ສູນພັນ ໄປແລ້ວ ເໜືອນກັນເຊັ່ນ: ແອນເດີທໍລ (Neanderthal)ຫລື ໂຮໂມ ອີເຣັກຕັສ(Homo Erectus)
ຮຽບຮຽງໂດຍ ສະໄຫວ ລາດປາກດີ