ງົວທັງໝົດ 2.330 ໂຕ ພາຍໃນ 128 ບ້ານຂອງ 7 ເມືອງໃນນະຄອນ ຫລວງວຽງຈັນ ຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ (Lumpy Skin Disseise) ຄື: ເມືອງຫາດຊາຍຟອງ, ສັງທອງ, ນາຊາຍທອງ, ສີໂຄດຕະ ບອງ, ໄຊທານີ, ໄຊເສດຖາ ແລະ ເມືອງປາກງື່ມ, ໃນນີ້ ຕາຍ 22 ໂຕ ແລະ ປິ່ນປົວດີ 2.040 ໂຕ. ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະ ຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ອາການສະແດງອອກຂອງສັດຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ແມ່ນມີຕຸ່ມທົ່ວໂຕ ໂດຍສະເພາະບໍລິເວດແອບແອ້ຂາຫຼັງ, ສັດຈະເປັນໄຂ້ ແລະ ຈ່ອຍ ຖ້າຮັກສາບໍ່ທັນ ຕຸ່ມຈະແຕກ
ເມື່ອແມງວັນໄປຕອມ ແລະ ໄຂ່ໃສ່ຈະເກີດເປັນໜອນ ແລະ ຊືມເຊື້ອຈົນເຮັດໃຫ້ສັດຕາຍໄດ້. ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໄດ້ສົ່ງສັດຕະວະແພດຈາກຂະແໜງລ້ຽງສັດ ແລະ ການປະມົງ ສົມທົບກັບສັດຕະວະແພດເມືອງທີ່ກ່ຽວຂ້ອງລົງໃຫ້ຄໍາແນະນໍາສັດຕະວະແພດບ້ານ ແລະ ຄອບຄົວຜູ້ລ້ຽງສັດໃນການປິ່ນ ປົວ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ ດ້ວຍການແຍກສັດທີ່ຕິດເຊື້ອ ອອກໄປປິ່ນປົວສະເພາະ ແລ້ວປິ່ນປົວຕາມ
ອາການ, ແກ້ໄຂ້, ໃຫ້ຢາຕ້ານເຊື້ອ ແລະ ໃຫ້ຢາວີຕາມິນ.ນອກຈາກນີ້ ແມ່ນການປະຕິບັດຕາມແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງກະສໍິກໍາ ແລະ ປ່າໄມ້ ເລກທີ 1277/ກລປ, ລົງວັນທີ 31 ພຶດສະພາ 2021 ກ່ຽວກັບການຫ້າມນໍາເຂົ້າ, ສົ່ງອອກ ຫລື ສົ່ງຜ່ານຊົ່ວຄາວສັດໃຫຍ່ປະເພດ ງົວ-ຄວາຍລະຫວ່າງປະເທດກັບປະເທດໃກ້ຄຽງ, ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານຈົນກວ່າຈົນຮອດວັນທີ 30 ມິຖຸ ນາ 2021 ເຮັດໃຫ້ມາຮອດປັດຈຸບັນນະຄອນຫລວງວຽງຈັນ ສາມາດຄວບ ຄຸມການລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ໄດ້ດີສົມ ຄວນ.ທ່ານ ຫລ້າສາຍ ນວນທາສິງ ໃຫ້ຮູ້ຕື່ມວ່າ: ພະຍາດຜີວໜັງ
ອັກເສບຕິດຕໍ່ງົວ-ຄວາຍ ບໍ່ສາມາດຕິດຕໍ່ໃສ່ຄົນໄດ້, ສ່ວນສັດທີ່ຕິດເຊື້ອເມື່ອປິ່ນ ປົວດີແລ້ວສາມາດບໍລິໂພກໄດ້. ຢ່າງໃດກໍ່ຕາມ ເພື່ອບໍ່ໃຫ້ສົ່ງຜົນກະທົບຮ້າຍແຮງຕໍ່ການສະໜອງຊີ້ນງົວ-ຄວາຍ ຮັບໃຊ້ໃນສັງຄົມ ທາງພະແນກໄດ້ອະນຸຍາດໃຫ້ບັນດາໂຮງຂ້າສັດນໍາເອົາງົວ-ຄວາຍຈາກບັນດາບ້ານ, ຟາມ ຫລື ເຂດທີ່ໄດ້ຮັບການຢັ້ງຢືນປອດພະຍາດດັ່ງກ່າວຈາກຂະແໜງກ່ຽວຂ້ອງ ເຂົ້າມາຂ້າໃນໂຮງງານໄດ້ ເຮັດໃຫ້ປັດຈຸບັນຕາມທ້ອງຕະຫລາດໃນນະຄອນ ຫລວງວຽງຈັນ ຍັງມີຊີ້ນງົວ-ຄວາຍ ຈຳໜ່າຍພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.
Cr: ບຸນຕຽງ ຈັນທະວົງ