ໜ້າເປັນຫວ່ງ..!! ເສດຖະກິດ ເດືອນ 05 ສປປ​ ລາວ​ ຂາດ​ດຸ​ນ​ການຄ້າ​ 54​ ລ້ານໂດລາ

    0
    789

    ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນໍ້າຕານ, ຢາງພາລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຝຸ່ນ (ປຸຍ), ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

    World Bank, Trade Development

    ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 425 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ຄໍາປະ​ສົມ (ຄຳ​ແທ່ງ) ມີມູນຄ່າປະມານ 59 ລ້ານໂດລາສະຫະລັດ, ​ມັນຕົ້ນ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 3 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ…) ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ ແລະ ​ໄມ້​ແປ​ຮູບ, ເຄິ່ງ​ສຳ​ເລັດ​ຮູບ ແລະ ​ສຳ​ເລັດ​ຮູບ ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ.

    ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 479 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 45 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 35 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ.

    5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

    ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 168 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 60 ລ້ານໂດລາສະຫະລັດ, ສະວິດເຊີແລນ 17 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 7 ລ້ານໂດລາສະຫະລັດ..

    5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

    ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 227 ລ້ານໂດລາສະຫະລັດ, ຈີນ 117 ລ້ານໂດລາສະຫະລັດ, ຫວຽດນາມ 39 ລ້ານໂດລາສະຫະລັດ, ຢີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 31 ລ້ານໂດລາສະຫະລັດ.

    ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.