ພິທີປະກາດການຈັດຕັ້ງຍົກຍ້າຍ-ແຕ່ງຕັ້ງຮອງຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ທີ່ລັດວິສາຫະກິດ ຫວຍພັດທະນາ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ພ້ອມດ້ວຍຄະນະອໍານວຍການ, ພະນັກງານຫຼັກແຫຼ່ງບໍລິສັດ ລັດວິສາຫະກິດ ຫວຍພັດທະນາເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ອຸໄທ ອິນທິລາດ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2284/ກງ ລົງວັນທີ 25 ພຶດສະພາ 2021 ວ່າດ້ວຍການວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ, ໂດຍຕົກລົງຍົກຍ້າຍທ່ານ ນາງ ວົງມາລາ ສີສະຫວັດ ຮອງຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນເພື່ອລໍຖ້າຮັບອຸດໜູນບໍານານ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 2302/ກງ ລົງວັນທີ 27 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ຊຶ່ງໄດ້ ແຕ່ງຕັ້ງທ່ານ ນາງ ແກ້ວຄູນມີ ກົມມະເມືອງ ຫົວໜ້າພະແນກການຕະຫຼາດ ເປັນຮອງຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ເພື່ອສືບຕໍ່ຈັດຕັ້ງປະຕິບັດບໍລິຫານວຽກງານໃຫ້ມີລັກສະນະຕໍ່ເນື່ອງ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ.
ພ້ອມກັນນັ້ນ,ໃນພິທີດັ່ງກ່າວ,ທ່ານ ບຸນປອນ ວັນນະຈິດ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍິນດີກັບບັນດາສະຫາຍທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງໃນຄັ້ງນີ້, ເພື່ອເຮັດໃຫ້ການຈັດຕັ້ງການເຄື່ອນໄຫວໄປຕາມຂອບເຂດສິດເຮັດໃຫ້ການເຄື່ອນໄຫວຂອງບໍລິສັດ ລັດວິສາຫະກິດ ຫວຍພັດ ທະນາ ເຄື່ອນໄຫວຢ່າງມີປະສິດທິພາບປະສິດທິຜົນປະກອບສ່ວນໃນການພັດທະນາ,ການຄຸ້ມຄອງວຽກງານໃຫ້ກ້າວໄປສູ່ຜົນສໍາເລັດເປັນກ້າວໆ.
ລັດວິສາຫະກິດ ຫວຍພັດທະນາ ເປັນລັດວິສາຫະກິດໜຶ່ງທີ່ສ້າງຜົນກໍາໄລໃຫ້ແກ່ລັດປະຕິບັດພັນທະເຂົ້າງົບປະມານ ແລະ ຫັນໄປສູ່ທັນສະໄໝເປັນກ້າວໆເຮັດໃຫ້ກ້າວໄປສູ່ການບໍລິການທີ່ເປັນເລີດ ສໍາລັບປີຜ່ານມາການຄຸ້ມຄອງລາຍຮັບ-ປະຕິບັດລາຍຈ່າຍຕາມແຜນທີ່ສະພາບໍລິຫານວາງໄວ້ ໄລຍະຜ່ານມາແມ່ນສາມາດສ້າງຜົນກໍາໄລໃຫ້ແກ່ລັດວິສາຫະກິດໄດ້ເປັນຈໍານວນຫຼາຍ. ທັງນີ້, ກໍຍ້ອນຄວາມເອົາໃຈໃສ່ຝັ່ນຝ່າຄວາມຫຍຸ້ງຍາກຂອງພະນັກງານຫຼັກແຫຼ່ງໃນການປະຕິບັດວຽກງານ ໃນສະພາບເງື່ອນ ໄຂທີ່ມີຄວາມຫຍຸ້ງຍາກຫຼາຍດ້ານ, ສະພາບເສດຖະກິດມີຄວາມຝືດເຄືອງຫຼາຍອັນແຕ່ລັດວິສາຫະກິດ ຫວຍພັດທະນາກໍ່ສ້າງມາດສ້າງໄດ້ຜົນກໍາໄລໄດ້ຢ່າງຕໍ່ເນື່ອງ.
ໂອກາດດຽວກັນ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ຢ້ຽມຊົມສະຖານທີ່ຖ່າຍທອດສົດການອອກລາງວັນຫວຍພັດທະນາ ແລະຫ້ອງເຊີບເວີທີ່ໃຊ້ໃນການເກັບກໍາຂໍ້ມູນການເຄື່ອນໄຫວວຽກງານທຸລະກິດຂອງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ນຳອີກດ້ວຍ.
ທີ່ມາ: ກະຊວງ ການເງິນ