ປະທານປະເທດແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນວັນທີ 28-29 ມິຖຸນາ 2021 ນີ້ອີງຕາມແຈ້ງການຂອງຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວັນຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ
ຂັ້ນສູງຂອງພັກ, ລັດຖະບານ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ມິຖຸ ນາ 2021