ສນ 1191 ໄຊສົມບູນ ລົງແກ້ໄຂເປົ້າໝາຍຫຼີ້ນການພະນັນທີ່ຕ້ອງຫ້າມໃນວັນທີ 21 ມິຖຸນາ 2021 ເວລາ 14:00 ໂມງ ເຈົ້າໜ້າທີ່ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ໄຊສົມບູນໄດ້ນຳກຳລັງສົມທົບກັບອຳນາດການປົກຄອງບ້ານເຂົ້າແກ້ໄຂການພະນັນທີ່ຕ້ອງຫ້າມ ຫຼື ຫຼີ້ນໄພ້ ຢູ່ເຮືອນຂອງນາງນ້ອຍ ອາຍຸ 52 ປີ ປະຊາຊົນ ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຜູ້ຮ່ວມຫຼີ້ນໄພ້ອີກ 8 ຄົນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ເບື້ອງຕົ້ນຮູ້ວ່າທັງໝົດ9 ຄົນ ແມ່ນປະຊາຊົນ ພາຍໃນບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ທີ1, ນາງ ນ້ອຍ ເຈົ້າຂອງເຮືອນ, 2ນາງ ຂັນ, 3 ນາງ ຈັນ, 4 ນາງ ໜູນາ, 5 ນາງ ລີ້, 6 ນາງ ຕິກ, 7 ນາງ ໃຫຍ່, 8 ນາງ ນາງ ແລະ 9 ນາງໄລ; ຕໍໍ່ກັບການກະທຳດັ່ງ
ກ່າວເປັນການລະເມີດຄຳສັ່ງ ເລກທີ 15/ນຍ, ແຈ້ງການເລກທີ 02/ຈນວ ແລະ ເປັນການກະທຳທີ່ແຕະຕ້ອງເຖິງສາຍພົວພັນທາງສັງຄົມປະມວນກົດໝາຍອາຍາມາດຕາ 141 ວ່າດ້ວຍການຫຼີ້ນພະນັນທີ່ຕ້ອງຫ້າມ,ແຕ່ຍ້ອນເປັນການກະທຳຜິດຄັ້ງທຳອິດ ແລະ ຜົນເສຍຫາຍເກີດຂື້ນເລັກນອ້ຍເບົາບາງ ຈຶ່ງໄດ້ສຶກສາອົບຮົມນຳໃຊ້ມາດຕະການປັບໃໝຕາມລະບຽບຂອງບ້ານ.ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ ໃຫ້ລຸດລົງກອງ
ບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນປະຕິບັດຕາມຄຳສັ່ງ, ແຈ້ງການ ແລະ ລະບຽບການທີ່ທາງຄະນະ
ສະເພາະກິດໄດ້ກຳນົດ, ຖ້າພົບເຫັນການຕັ້ງວົງຊຸມນຸມ ຫຼື ຊຸມແຊວ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນນະຄອນຫຼວງວຽງຈັນ ແລະ ພົບເຫັນຜູ້ລະເມີດ ໃຫ້ແຈ້ງມາທີເບີ Whatsapp 02028899774 ຫຼື ສົ່ງເຂົ້າທາງຂໍ້ຄວາມ ທາງເຟກບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.