ວັນທີ 24/06/2021 ເວລາ 10:53 ນາທີ ທີ່ຜ່ານມາ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ໂຮງງານ.
ຈຸດເກີດເຫດແມ່ນເຂດພັດທະນາກວມລວມເມືອງໄຊເຊດຖາ ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ໂຮງງານຢ່າງຮຸນແຮງ.
ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສົມທົບກັບພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນໃຊ້ເວລາປະມານ 7 ຊົ່ວໂມງ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.
+ ສ່ວນຄວາມເສຍຫາຍແມ່ນໂຮງງານຜະລິດເຄື່ອງ 1 ຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.