ວິທີແລະຂັ້ນຕອນ ” ການປູກເຫັດເຟືອງ ” ໃນຖັງພາສຕິກ ແບບງ່າຍໆ
* ການປູກເຫັດເຟືອງໃນຖັງພາສຕິກ
+ ອຸປະກອນ
– ຖັງມີຝາປິດ
– ເຊື້ອເຫັດເຟືອງ
– ຮຳ ຫຼື ແປ້ງ ( ເຮັດເປັນອາຫານ )
– ຂີ້ງົວ ( ຫຼືຂີ້ສັດກິນຫຍ້າທຸກຊະນິດ )
– ເຟືອງແຊ່ນໍ້າ 1-2 ຄືນ
+ ການກຽມເຊື້ອເຫັດເຟືອງ
– ນຳເຊື້ອເຫັດເຟືອງ 1 ກ້ອນ ໂດຍການຈີກເຊື້ອເຫັດເຟືອງອອກເປັນກ້ອນນ້ອຍໆແລ້ວຄົນເຂົ້າກັນກັບຮຳ 3 ກຳມື ແລະຂີ້ງົວ 10 ກຳມື ແລ້ວຫົດນໍ້າໃຫ້ພໍຊຸ່ມ
+ ການກຽມເຟືອງ
– ນຳເຟືອງທີ່ແຊ່ນໍ້າແລ້ວ 1-2 ຄືນ ອອກມາພຶງໃຫ້ສະເດັດນໍ້າ
+ ຂັ້ນຕອນການເຮັດ
– ວາງເຟືອງທີ່ແຊ່ນໍ້າໄວ້ລົງໃນຖັງຂັ້ນທຳອິດໜາປະມານ 2 ນີ້ວ
– ໂຮຍເຊື້ອເຫັດທີ່ກຽມເອົາໄວ້ໃຫ້ທົ່ວທັງໜ້າ
– ເຮັດຊັ້ນທີ 2,3,4,5…ຕໍ່ ( ເຮັດຄືຊັ້ນທີ 1 ) ຢ່າໃຫ້ເຕັມຖັງຕ້ອງມີພື້ນທີ່ໃຫ້ອາກາດເຫຼືອຢູ່
– ປິດຝາຖັງວາງຕາກແດດໄວ້ 4 ວັນ
( ລ້ຽງເສັ້ນໄຍຄັ້ງທີ 1 ຕ້ອງການອຸນຫະພູມ 40 ອົງສາ ບໍ່ຕ້ອງການອາກາດ ) ຈະເກີດຄວາມຮ້ອນຂຶ້ນໃນຖັງ ຊຶ່ງເປັນຊ່ວງອຸນຫະພູມທີ່ເໝາະສົມສຳລັບການຈະເລີນເຕີບໂຕຂອງເສັ້ນໄຍເຫັດເຟືອງ
– ວັນທີ 5-8 ເອົາຖັງເຂົ້າຮົ່ມບໍ່ໃຫ້ຖືກແດດເປີດຝາຖັງໄວ້ປະມານ 2 ນີ້ວ ສີດນໍ້າພົ່ນໃຫ້ເປັນຝອຍພໍຊຸ່ມເພື່ອລຸດອຸນຫະພູມໃນຖັງລົງ
( ລ້ຽງເສັ້ນໄຍຊັ້ນທີ 2 ຕ້ອງການອຸນຫະພູມ 30 ອົງສາ ຕ້ອງການອາກາດເລັກນ້ອຍ )
– ວັນທີ 9-14 ຖ້າເກັບເຫັດ( ຊ່ວງນີ້ສາມາດຫົດນໍ້າພໍຊຸ່ມໆໄດ້ວັນລະຄັ້ງຈົນກວ່າເຫັດຈະໝົດ )