ທ່ານ ດຣ. ເຄທ ໂອໄບຣອັນ ຫົວໜ້າຝ່າຍວັກຊີນຂອງອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ວັກຊີນປ້ອງກັນໂຄວິດ – 19 ທີ່ໄດ້ຮັບອະນຸມັດນຳໃຊ້ແບບສຸກເສີນທົ່ວໂລກໃນຂະນະນີ້ ໄດ້ອອກແບບມາເພື່ອກະຕຸ້ນພູມຄຸ້ມກັນໃນຮ່າງກາຍຂອງມະນຸດ ເພື່ອຕໍ່ສູ້ກັບໄວຣັສໂຄວິດ – 19 ແຕ່ວິທີການຜະລິດແອນຕີບໍດີຂອງ
ວັກຊີນແຕ່ລະຊະນິດຈະແຕກຕ່າງກັນ ເຊິ່ງຫາກຢຶດຖືຕາມພື້ນຖານຂອງການເຮັດໜ້າທີ່ຂອງວັກຊີນ ຄິດວ່າການໃຊ້ວັກແຊັງຕ່າງຊະນິດໄດ້ຜົນໃນການປ້ອງກັນໂຄວິດ 19.ທັງນີ້, ທີມນັກວິທະຍາສາດຈາກມະຫາວິທະຍາໄລອັອກຟອດຂອງອັງກິດ ກຳລັງທົດລອງການໃຊ້ວັກຊີນປ້ອງກັນໂຄວິດໃນຮູບແບບ 2 ໂດສ ຕ່າງຊະນິດກັນ
ໂດຍທົດລອງລະຫວ່າງວັກຊີນແອັສຕຣາເຊເນກາ, ໂມເດີນາ, ໂນວາແວັກ ແລະ ຟາຍເຊີ, ນອກຈາກນີ້ຍັງມີການທົດລອງຢູ່ປະເທດແອັດສະປາຍ ແລະ ເຢຍລະມັນອີກດ້ວຍ. ແນວໃດກໍຕາມ, ນັກວິໄຈກຳລັງຮວບຮວມຂໍ້ມູນ ເພື່ອໃຫ້ແນ່ໃຈວ່າການໃຊ້ວັກຊີນ 2 ເຂັມຕ່າງຊະນິດກັນມີປະສິດທິພາບສູງ ແລະ ປອດໄພແທ້ ຫຼື ບໍ່.