ເຈັບປວດທີ່ສຸດໃນເວລາຂຽນເລື່ອງນີ້. ຂໍໃຫ້ເອົາໃສ່ລູກຫຼານ ຍ້ອນໂຄວິດ ໂຮງຮຽນປິດ ຄວາມທຸກຍາກຂາດເຂີນໜີບຮັດ ພວກສວຍໂອກາດຄ້າມະນຸດເຄື່ອນໄຫວຫຼາຍ. ມັນເກີດຂຶ້ນແປະຮົ້ວ 3 ມື້ຜ່ານມາ. ຊິເລົ່າສູ່ຟັງ ແລ້ວເຕືອນກັນໄວ້.6 ມແລງ ຜົວເມຍຄູ່ນັ້ນ ເຊັດນໍ້າຕາເລົ່າໃຫ້ຟັງວ່າ ລູກສາວ ພ້ອມໝູ່2ຄົນ ອາຍຸ 14-16 ຮຽນມໍສອງ ຖືກເຈົ້າຫນ້າທີ່ຫຼວງນໍ້າທາກັກຕົວ ກວດໂຄວິດຍ້ອນໄປຈາກວຽງຈັນ.ພໍ່ແມ່ຕົກໃຈຫລາຍ-ບໍ່ແມ່ນຍ້ອນເລື້ອງກັກກັນກວດພະຍາດ.
ສາມອາທິດກ່ອນມີຜູ້ແຊັດມາຫາວ່າ ສົນໃຈໃນການສົ່ງລູກສາວໄປເປັນເມຍຄົນຈີນຢູ່ຈີນພຸ້ນບໍ ຈະໄດ້ຄ່າດອງ 40.000.000 ກີບ. ຄອບຄົວກະພວມຝືດເຄືອງມີໜີ້ສິນ ລູກສາວກະພັກຮຽນ ຈຶ່ງລະດົມລູກສາວໄປ. ຈາກນັ້ນໄດ້ໄປຊວນເອົາລູກສາວຂອງນ້ອງສາວອີກ. ນັດແລະພາກັນໄປສົ່ງເດັກທັງສອງຂຶ້ນລົດ ວັນທີ 12/6/21. ເດັກມີເຄື່ອງນຸ່ງ 2-3 ຊຸດ ແລະໂທລະສັບຜູ້ລະໜ່ວຍ ແມ່ເອົາເງີນໃຫ້ ຜູ່ທີໜຶ່ງ ໄດ້20.000 ກີບ ອີກຜູ້ໜຶ່ງ 50.000. ຍ້ອນບໍ່ມີແດ່ ແລະຜູ່ມາຮັບກະວ່າ ຈະຊື້ໃຫ້ໃໝ່ເລີຍ ບໍ່ຕ້ອງຫວ່ງ. ສ່ວນເງິນຄ່າດອງ ລູກສາວນັ້ນ ຮອດຈີນມື້ໃດລະຊິຝາກມາໃຫ້.
ລູກໄປແລ້ວ ຈຶ່ງມານອນຄຶດວ່າ ຜູ້ຊິເປັນເຂີຍກະບໍ່ເຫັນໜ້າ ຊິເອົາກັນເປັນຜົວເມຍແນວໃດ. ເງິນຄ່າດອງເພື່ອຊິມາປົດໜີ້ ກະຊິສົ່ງມາແນວໃດ ຖ້າບໍ່ສົ່ງມາຊິທວງຖາມນໍາໃຜ.ຖືກກັກແນວນີ້ ເຄື່ອງນຸ່ງ ເງິນຊິຊື້ກິນກະບໍ່ມີ ໂທຫາຜູ້ເຄີຍຕິດຕໍ່ກະຕັດສາຍໄປແລ້ວ.ຈຶ່ງພາກັນມາປຶກສານໍາຂ້ອຍ. ຂ້ອຍກະໂທຫາຕໍາຫຼວດ ພວກເພີ່ນກະຢັ້ງຢືນວ່າ ຢູ່ໃນຄວາມຮັບຜິດຊອບຂອງເພີ່ນ ແລ້ວຕິດຕໍ່ຫາທາງອົງການບ້ານແລະ ຜູ້ເຮັດວຽກງານດັ່ງກ່າວ ຈຶ່ງໄປຮອດສະຫະພັນແມ່ຍິງນະຄອນຫຼວງ. ເພີ່ນດຳເນີນການທັນທີ. ແຕ່ 18:00 ແລງວານນີ້ ມື້ນີ້ 13,30 ເພີ່ນໂທມາຢືນຢັນວ່າ ພົບເຫັນວ່າເດັກປອດໄພດີ ແລະຢູ່ໃນຄວາມຄຸ້ມຄອງຂອງເຈົ້າໜ້າທີ່ ພວມດໍາເນີນການຕາມຂັ້ນຕອນ ແລ້ວຈະຈັດສົ່ງ ເດັກຄືນຫາຄອບຄົວແນ່ນອນ ພາຍຫຼັງກັກກັນ ສືບສວນ ເພື່ອດຳເນີນການຕໍ່ພວກກະທໍາຜິດ.
ເປັນພຽງພາບປະກອບ
ພວກເພີ່ນເຮັດວຽກດ້ວຍຄວາມຮັບຜິດຊອບການເມືອງສູງ ມີຈັນຍາບັນ ແລະມີປະສິດທິຜົນ ໃນເງື່ອນໄຂຂອງປະເທດເຮົາຄືແນວນີ້ ໂດຍທີ່ຮູ້ແຕ່ຊື່ ສະຖານທີ່ແລະເຫດການ…ບໍທັນໄດ້ມີເອກະສານຂໍ້ມູນຫຍັງ. ຂ້ອຍຊາບຊຶ້ງໃນວິທີເຮັດວຽກແນວນີ້ທີ່ສຸດຂ້ອຍເຄີຍຮ່ວມໃນຄະນະຜູ້ແທນລາວໄປເຮັດວຽກຢູ່ຈີນຫລາຍຄັ້ງ. ນັກການທູດລາວໄດ້ໃຫ້ຮູ້ແລະໃຫ້ພົບກັບນາງສາວທີ່ເປັນເຫຍື່ອການຖືກລໍ້ລວງໄປເອົາຜົວຈີນແບບບຊ່ຖືກຕ້ອງຕາມກົດຫມາຍແລະຮີດຄອງຄືແນວນີ້.ໂດຍລວມແລ້ວ, ເຂົາຢາກໄດ້ລູກ ເມື່ອເກີດລູກແລ້ວ ເຂົາກະຈະປະຖີ້ມ ຖືກບັງຄັບ ທໍລະມານ ຮ້າຍແຮງໄປກວ່ານັ້ນ ແມ່ນຖືກຂາຍຕໍ່. ຂ້ອຍໄດ້ຍິນຈາກປາກຂອງຜູ້ຮັບເຄາະມາດ້ວຍ
ເປັນພຽງພາບປະກອບ
ຕົນເອງ.ເມື່ອຜົວເມຍຄູ່ນັ້ນໄດ້ຟັງແນວນີ້ ພວກເພີ່ນກິນບໍ່ໄດ້ນອນບໍ່ຫລັບ ຮູ້ສຶກກິນແຫນງທີ່ສຸດໃນຊີວິດ. ດີແຕ່ຮູ້ເລື່ອງພາຍຫລັງທີ່ເຈ້າຫນ້າທີ່ກັກໄວ້ແລ້ວ.
ຂ້ອຍຢາກກັບມາ ຂໍຊົມເຊີຍ ແລະຕາງຫນ້າຄອບຄົວຜູ້ຮັບເຄາະ ສະແດງຄວາມຮູ້ບຸນຄຸນຕໍ່ເຈ້າຫນ້າທີ່ຕໍາຫລວດ ຫລວງນໍ້າທາ ສະຫະພັນແມ່ຍິງນະຄອນຫລວງ, ຫລວງນໍ້າທາ ແລະສູນກາງ ອົງການປົກຄອງບ້ານ ແລະ ນ້ອງນ້ອງທັງຫລາຍ ທີ່ໄດ້ຍື່ນມືອັນແຂງແຮງມາຊ່ອຍດຶງເອົາເດັກສາວທັງສອງສາມຄົນອອກຈາກເງື້ອມມືມັດຈຸລາດ ໃນຂນະທີ່ພວມຢືນຢູ່ແຄມນາລົກແຫ່ງການຕາຍທັງເປັນ.ບັນຫາຕາມມາແມ່ນຈະຊ່ອຍເດັກນີ້ແນວໃດເພື່ອໃຫ້ມີອານາຄົດ