ນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງສ້າງຕັ້ງເມືອງໃໝ່ ເປັນເມືອງທີ 10 ຈາກ 9 ເມືອງທີ່ມີຢູ່ໃນປະຈຸບັນ ໂດຍກຳນົດຂອບເຂດແບ່ງເມືອງໃຫມ່ “ເມືອງດ່ານຊ້າງມີໄຊ” ອອກຈາກເມືອງ ໄຊທານີ ແລະເມືອງ ປາກງື່ມ ຂອງນະຄອນຫຼວງວຽງຈັນ.
ອີງຕາມຂໍ້ຕົກລົງສະບັບເລກທີ 393 /ຈນວ, ລົງວັນທີ 8 ມິຖຸນາ 2021 ວ່າດ້ວຍການກໍານົດຂອບເຂດຂອງເມືອງໃຫມ່ ແລະ ກົດຫມາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ວ່າດ້ວຍພາລະບົດບາດ, ສິດ ແລະ ຫນ້າທີ່ ຂອງເຈົ້າແຂວງ, ເຈົ້າຄອງ ນະຄອນຫຼວງວຽງຈັນ; ອີງຕາມ ວິໄສທັດຮອດ ປີ 2030 ແລະ ຍຸດທະສາດການພັດທະນາ ນະຄອນຫຼວງວຽງຈັນ ໄລຍະ 10 ປີ 2016-2025 (ຍຸດທະສາດທີ່ 3) ກ່ຽວກັບການສ້າງເຂດຊານເມືອງໃຫ້ກາຍເປັນເທດສະບານ ຫຼື ຕົວເມືອງນ້ອຍ ທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ທັງ ອີງຕາມ ການຊີ້ນໍາຂອງກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 37, ຄັ້ງວັນທີ 19 ມິນາ 2021.
ເຈົ້າຄອງນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງ: ມາດຕາ 1 ກໍານົດເອົາຂອບເຂດ 24 ບ້ານ ທີ່ຂຶ້ນກັບ ເມືອງ ໄຊທານີ້ ຄື: ບ້ານ ນາໂງ່ມເກົ່າ, ນາໂງ່ມໃຫມ່, ນາຕານ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ,ທົ່ງມັ່ງ, ຂຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນ ໄຮຄໍາ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເຫນືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈໍາປາ ແລະ ບ້ານໄຮ່ ໃຫ້ເປັນຂອບເຂດພື້ນເມືອງທີ່ຈະຕັ້ງຂຶ້ນໃຫມ່ ຂອງນະຄອນຫຼວງວຽງຈັນ.
ໃຫ້ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃຫມ່ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສໍາຫຼວດເກັບກໍາຂໍ້ມູນ ສ້າງແຜນທີ່ຂອບເຂຕເມືອງ, ແຜນຜັງຕົວເມືອງ, ແຜນທີ່ການນໍາໃຊ້ທີ່ດິນກະສິກໍາ, ການຈັດສັນ ທີ່ດິນແຕ່ລະປະເພດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ ແລະ ວຽກງານປິ່ນອ້ອມອື່ນໆ ເພື່ອປະ ກອບເຂົ້າໃນບົດວິພາກ ຂອງການສ້າງຕັ້ງເມືອງ.
ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່, ຄະນະຈັດຕັ້ງ, ຫ້ອງວ່າການ, ພະແນກພາຍໃນ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,ອົງການປົກຄອງ ເມືອງ ໄຊທານີ ອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ລາຍງານຢ່າງເປັນປົກກະຕິ.