ປະຊຸມທາງໄກ…!!! 4 ປະເທດລຸ່ມແມ່ນ້ຳຂອງ ປະຊຸມຮ່ວມມື ກ່ຽວກັບການລາດຕະເວນ ຕາມລຳແມ່ນ້ຳຂອງ.

    0
    237

    ວັນທີ 21 ມິຖຸນາ 2021 ທີ່ຜ່ານມາ ຄະນະຜູ້ແທນກອງບັນຊາການທະຫານແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ຄະນະຜູ້ແທນຈາກ 4 ຝ່າຍລາວ, ຈີນ, ໄທ ແລະ ມຽນມາ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ແລກປ່ຽນສະພາບກ່ຽວກັບການລາດຕະເວນທາງນ້ຳ ຂອງ 4 ປະເທດ. ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ.

    ສໍາລັບແຂວງບໍ່ແກ້ວເຂົ້າຮ່ວມກອງປະຊຸມ ໂດຍທ່ານ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ພ້ອມຄະນະ ໃນກອງປະຊຸມບັນດາຫົວໜ້າຄະນະຜູ້ແທນແຕ່ລະປະເທດໄດ້ຜັດປ່ຽນກັນຂື້ນລາຍງານສະພາບພາຍໃນແຂວງຂອງຕົນ ເຊິ່ງຍົກໃຫ້ເຫັນຫຼາຍບັນຫາທີ່ເກີດຂື້້ນເປັນຕົ້ນແມ່ນການຍຶດສານເສບຕິດ ແລະ ຈັບກຸ່ມຄົນລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍໄດ້ຫຼາຍກໍລະນີ ນັ້ນກໍ່ເນື່ອງມາຈາກການພົວພັນແລກປ່ຽນຂໍ້ມູນຂ່າວສານຂອງ 4 ຝ່າຍ

    ໃນການຮວມມືປົກປັກຮັກສາຊາຍແດນເປັນຕົ້ນ ແມ່ນການຮ່ວມມືກັນໃນການປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າ ຂອງ 4 ປະເທດ ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ, ການກໍ່ອາດສະຍາກຳຂ້າມຊາດ ແລະ ການແຜ່ລະບາດຂອງ ພະຍາດ ໂຄວິດ-19 ທີ່ເປັນບັນຫາຂອງຫຼາຍໆປະເທດໃຫ້ຄວາມສຳຄັນ.

    ເນື່ອງຈາກວ່າການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລວມທັງການສູນເສຍຊີວິດຂອງມວນມະນຸດຢ່າງຫຼວງຫຼາຍ ເຊິ່ງມາເຖິງປັດຈຸບັນເຖິງວ່າຈະມີຢາວັກຊິນຕ້ານພະຍາດໂຄວິດ-19 ຫຼາຍຊະນິດໄດ້ຖືກຜະລິດ ແລະ ຫຼາຍປະເທດ ກໍໄດ້ເລີ່ມຕົ້ນນຳໃຊ້ແລ້ວ, ແຕ່ຕົວເລກຂອງຜູ້ຕິດເຊື້ອ ແລະ ເສຍຊີວິດຍັງມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກຈາກບັນຫາດັ່ງກ່າວແລ້ວ, ກອງປະຊຸມຍັງໄດ້ເອກະພາບກ່ຽວກັບທິດທາງ ແຜນການທີ 4 ຝ່າຍຈະໄດ້ສືບ ຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ:

    ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 106 ທີ່ຈະມາເຖິງນີ້, ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ພ້ອມກັນສ້າງຊາຍແດນ ລາວ-ຈີນ-ໄທ-ມຽນມາ ໃຫ້ເປັນຊາຍແດນສັນ ຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ ຮອບດ້ານ; ພ້ອມກັນນັ້ນ 4 ຝ່າຍຈະໄດ້ແລກປ່ຽນສະພາບ ເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.

    ໂດຍ: ສົມໄຊ ສີລາຈັນ.

    ຂອບໃຈທີ່ມາ:ໜັງສືພິມບໍ່ແກ້ວ Bokeo Newspaper

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.