ພະແນກຕຳຫຼວດຕ້ານການຄ້າມະນຸດ ແກ້ໄຂຄົນຫວຽດນາມ ລັກລອບເຂົ້າເມືອງຜິດກົດໝາຍ 15 ຄົນ ພັທ ບຸນເລິກ ວົງຄໍາ ຮອງຫົວໜ້າພະແນກຕໍາຫຼວດຕ້ານການຄ້າມະນຸດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 16 ມິຖຸນາ 2021 ໄດ້ຮັບແຈ້ງຂໍຄວາມຊ່ວຍເຫຼືອຈາກຜູ້ຍິງຄົນຫວຽດນາມ ວ່າ: ຕົນຖືກຫຼອກ
ລວງມາແຕ່ປະເທດຫວຽດນາມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດຕ້ານການຄ້າມະນຸດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຜູ້ຕາງໜ້າຕໍາຫຼວດຫວຽດນາມ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງລົງກວດກາ ແລະ ແກ້ໄຂຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານສາຍລົມ ເມືອງຈັນທະບູລີ ນວ ພົບເຫັນຄົນ
ຫວຽດນາມ ຈໍານວນ 15 ຄົນ, ຍິງ 14 ຄົນ ບໍ່ມີໜັງສືຜ່ານແດນ ແລະ ວີຊ່າ ອະນຸຍາດເຂົ້າ-ອອກເມືອງ ທີ່ຖືກຕ້ອງຈຶ່ງໄດ້ນໍາຕົວມາສອບສວນ. ພ້ອມທັງເອົາໄປກັກກັນເພື່ອກວດກາຊອກຫາເຊື້ອພະຍາດ ຕາມມາດຕະການປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄດວິດ-19 ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ
ກຳລັງເກັບກຳຂໍ້ມູນສືບຕໍ່ພົວພັນກັບຜູ້ຕາງໜ້າຕໍາຫຼວດຫວຽດນາມ ເພື່ອເປີດກວ້າງຂະຫຍາຍຜົນຊອກຫາພັກພວກຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກຊັ້ນຄົນໃນສັງຄົມ ຖ້າຫາກພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວລະເມີດຄຳສັ່ງ, ແຈ້ງການຂອງຄັນ
ເທິງຢູ່ຕາມຊາຍແດນລຳແມ່ນ້ຳຂອງ ຫຼື ພົບເຫັນມີການລັກລອບເຂົ້າເມືອງ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.