ຄົນເກີດວັນຈັນ:ການງານຕ້ອງຮອບຄອບໃນການເຮັດທຸລະກິດ ເພາະຈະເຮັດໃຫ້ທ່ານມີບັນຫາຕາມມາ ການເງິິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກເກີດຄວາມຮູ້ສຶກຫຶງຫວງ ເພາະທ່ານຍັງບໍ່ໄວໃຈຄົນຮັກ
ຄົນເກີດວັນອັງຄານ:ການງານເຮັດທຸນກິດຈະການຄ້າໄດ້ຜົນກຳໄລດີ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ ຄວາມຮັກໄດ້ພົບຮັກກັບຄົນທີ່ມີອຳນາດທາງປັນຍາ
ຄົນເກີດວັນພຸດ:ການງານເກີດການປັບປ່ຽນກົນລະຍຸດທາງທຸລະກິດຕ້ອງລະວັງເລື່ອງຂອງເອກະສານ ການເງິນໃຊ້ເງິນເປັນຈຳນວນຫລາຍໃນການຊື້ສິ່ງຂອງທີ່ຖືກໃຈ
ຄວາມຮັກໄດ້ພົບຮັກກັບຄົນໃນເຄື່ອງແບບຈະເຮັດໃຫ້ທ່ານສົມຫວັງ
ຄົນເກີດວັນພະຫັດ:ການງານເດີນທາງໄກຕິດຕໍ່ທຸລະກິດຈະເກີດຄວາມສຳເລັດ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກໄດ້ຮັບຮູ້ຂ່າວສານຂອງຄົນຮັກເກົ່າ ແຕ່ກໍບໍ່ແມ່ນປະເດັນທີ່ຈະເຮັດໃຫ້ທ່ານກັບໄປຄິດ
ຄົນເກີດວັນສຸກ:ການງານໄດ້ພົບເພື່ອນຮ່ວມງານທີ່ດີ ຊ່ວຍທ່ານໄດ້ຫຼາຍໃນການເຮັດວຽກ ການເງິນພົບເລື່ອງເສຍເງິນ ເພາະການເຊື່ອຄົນງ່າຍ ແລະ ໄວ້ໃຈຄົນງ່າຍເກີນໄປ ຄວາມຮັກໝູູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນຜິວຂາວ
ຄົນເກີດວັນເສົາ:ການງານມີຊື່ສຽງ ແລະ ປະສົບຄວາມສຳເລັດໃນການສ້າງທຸລະກິດໃໝ່ ການເງິນມື້ນີ້ໂຊກດີຈະໄດ້ເງິນ ຄວາມຮັກຍັງບໍ່ຕັດສິນໃຈທີ່ຈະເລືອກໃຜເປັນຄູ່ຊີວິດ ເພາະທ່ານຄິດວ່າການຢູ່ໂຕຄົນດຽວດີກວ່າ
ຄົນເກີດວັນອາທິດ:ການງານວຽກຫຼາຍກວ່າປົກກະຕິຈະສົ່ງຜົນຕໍ່ສຸຂະພາບຕ້ອງລະວັງ ການເງິນຈະໄດ້ພົບຜູ້ອຸປະຖໍາເລື່ອງການເງິນ ຄວາມຮັກເກີດຄວາມສຳພັນທີ່ຫ່າງເຫີນຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ