ຂໍຊົມເຊີຍ ຖືວ່າເປັນເລື້ອງລາວດີໆ ໃນການຊ່ວຍຊີວິດຄົນທີ່ລຳບາກເຫັນອົກເຫັນໃຈກັນ ຢ່າງເຊັ່ນກັບຄລິບວິດີໂອນີ້ ທີ່ແມ່ຕູ້ຈ່ອຍເປັນຍອດນັກສູ້ ທຳມາຫາກິນເຖິງແມ່ນວ່າອາຍຸຫຼາຍແລ້ວກໍ່ບໍ່ຂີ້ຄ້ານ ດິ້ນລົ້ນກັບໂຊກສະຕາບໍ່ຢູ່ລ້າດ້ວຍການເກັບກະຕູກຂາຍ ຂາຍຜັກຂາຍໄຂ່ ເພື່ອລ້ຽງຊີບແມ່ຄູ້ເປັນຍອດນັກສູ້ຫຼາຍແລະຂໍຊົມເຊີຍໜຸ່ມ
ຄົນນີ້ທີ່ມີນຳ້ໃຈຊ່ວຍເຫຼືອແມ່ຕູ້ຈ່ອຍ ທີ່ຊ່ວຍເລື້ອງປ່ຽນສາຍໄຟຟ້າໃຫ້ແມ່ຕູ້ໃໝ່ ດພາະແມ່ຕູ້ຢ້ານເກີດອັກຄີໄພ ແຖມຍັງບໍ່ພໍເຊີໄພ້ແມ່ຕູ້ດ້ວຍການຊື້ລໍ້ຂາຍໄຂ່ໃຫ້ໃໝ່ເພື່ອໄວ້ໃຫ້ແມ່ຕູ້ໄດ້ເອົາໄປຄ້າຂາຍຢ່າງສະດວກ ເມື່ອແມ່ຕູ້ເຫັນແນວນັ້ນກໍ່ຊາບຊື້ງຈົນນຳ້ຕາໄຫຼດ້ວຍຄວາມດີໃຈ ຫຼັງຈາກນັ້ນໜຸ່ມຄົນນີ້ກໍ່ໄດ້ພາແມ່ຕູ້ພ້ອມລູກຊາຍ ແລະ
ລໍ້ໃໝ່ ພາກັນຍູ້ລໍ້ໄປຂາຍຢູ່ຕະຫຼາດຊ່ວຍກັນ ສະນັ້ນຢາກໃຫ້ທຸກຄົນເອົາເປັນແບບຢ່າງເພື່ອເປັນການຊຸກຍູ້ສົ່ງເສີມຄົນລາວເຮົາໃຫ້ມີແຮງບັນດານໃຈຕໍ່ຊີວິດຕໍ່ໄປເບິ່ງແລ້ວນຳ້ຕາຢາກຈະໄຫລລົງມາທັນທີ່ດ້ວຍຄວາມຮູ້ສຶກທີ່ປືມປິຕິຍິນດີນຳເຂົາເຈົ້າທີ່ເຫັນເຂົາເຈົ້າມີຄວາມສຸກຕໍ່ການໃຫ້ທານໃນການຊ່ວຍເຫລື່ອບຸກຄົນອື່ນແລະຍັງເປັນການຊຸກຍູ້ສົ່ງເສີມຄົນລາວເຮົາໃຫ້ມີແຮງບັນດານໃຈຕໍ່ການເຮັດວຽກງານຂອງຕົນໃນແຕ່ລະວັນອີກດ້ວຍ
ຊົມເຊີຍໜຸ່ມໃຈດີຄົນນີ້ ທີ່ຊ່ວຍເຫຼືອແມ່ຕູ້ຈ່ອຍຍອດນັກສູ້ຜູ້ທີ່ດິ້ນລົ້ນຕໍ່ສູ້ກັບໂຊກສະຕາ
ຊົມເຊີຍໜຸ່ມໃຈດີຄົນນີ້ ທີ່ຊ່ວຍເຫຼືອແມ່ຕູ້ຈ່ອຍຍອດນັກສູ້ຜູ້ທີ່ດິ້ນລົ້ນຕໍ່ສູ້ກັບໂຊກສະຕາ
ຊົມຄລິບ