ສະຫຼະເວລາອ່ານ…!!! ” ນ້ຳມັນໝູແທ້ ” ຂອງດີຕິດຄົວ ສືບທອດກັນມາແຕ່ສະໃໝປູ່ຍ່າຕາຍາຍ ທີ່ເຮົາບໍ່ຄວນເບິ່ງຂ້າມ.

    0
    533

    ນໍ້າມັນໝູ ຂອງດີຂອງຄົນລຸ້ນເກົ່າທີ່ຖືກໃຜໆຫຼາຍຄົນຫຼົງລືມ ຫຼື ເຂົ້າໃຈຜິດມາດົນຕອນນີ້ກຳລັງກັບມາໄດ້ຮັບຄວາມສົນໃຈຂອງຜູ້ບໍລິໂພກໃນການນຳມາປະກອບອາຫານອີກຄັ້ງຈົນເຮັດໃຫ້ຂະນະນີ້ ຄົນລຸ້ນໃໝ່ ທີ່ມັກເຮັດອາຫານກໍ່

    ຫັນມາເລືອກໃຊ້ນໍ້າມັນໝູມາໃຊ້ປະກອບອາຫານແທນນໍ້າມັນພືດກັນຫຼາຍຂຶ້ນ ເພາະຕອນນີ້ມີຂໍ້ມູນຫຼາຍຢ່າງທີ່ອອກມາຢືນຢັນວ່າ ນໍ້າມັນໝູ ບໍ່ແມ່ນສິ່ງອັນຕະລາຍທີ່ຫຼາຍໆຄົນເຂົ້າໃຈກັນຜິດໆ

    ຂະນະທີ່ Linda Prout ນັກໂພສະນາການຊາວສະຫາລັດອາເມລິກາ ເຈົ້າຂອງເວັບໄຊດ້ານສຸຂະພາບ www.lindaprout.com ກໍ່ໄດ້ຂຽນບົດຄວາມ Pork and Lard: How To Choose Healthy Versions ລະບຸວ່າ

    ນໍ້າມັນໝູນອກຈາກຈະບໍ່ແມ່ນສິ່ງອັນຕະລາຍແລ້ວຍັງຖືເປັນທາງເລືອກທີ່ດີທີ່ຈະໃຊ້ປຸງອາຫານແທນນໍ້າມັນພືດ ເນື່ອງຈາກນໍ້າມັນໝູມີ stearic acid ຊຶ່ງເປັນກົດໄຂມັນຊະນິດອີ່ມຕົວທີ່ຊ່ວຍລຸດການດູດຊຶມຄໍເລັດເຕີຣໍ ແລະ ລຸດລະດັບຄໍເລັດເຕີຣໍບໍ່ດີ (LDL) ທີ່ເຮັດໃຫ້ເລືອດບໍ່ໜຽວຂຸ້ນ

    ສຳລັບຫຼາຍຄົນອາດຍັງກັງວົນວ່າ ນໍ້າມັນໝູ ເຮັດຈາກສັດຈະດີກວ່ານໍ້າມັນທີ່ເຮັດຈາກພືດໄດ້ແບບໃດສາມາດອະທິບາຍເຫດຜົນງ່າຍໆໄດ້ເພາະວ່າ ນໍ້າມັນໝູ ເປັນຜະລິດຕະພັນທີ່ໄດ້ຈາກທຳມະຊາດໂດຍກົງ ທັງໃຫ້ຄວາມຫອມ

    ສຳລັບການປຸງອາຫານໄດ້ດີກວ່າ ແຕກຕ່າງຈາກນໍ້າມັນພືດຜ່ານກຳມະວິທີທັງກັ້ນ, ຟອກສີ ແລະ ແຕ່ງກິ່ນ ແລະ ເມື່ອນຳມາປຸງອາຫານຈະເກີດການແຕກຕົວເປັນສານອະນຸມູນອິດສະຫຼະຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍໄດ້

    ຈາກຂໍ້ມູນຢືນຢັນເລື່ອງຄວາມດີຂອງ ນໍ້າມັນໝູ ຈຶ່ງເຮັດໃຫ້ກະແສຕອບຮັບການນຳ ນໍ້າມັນໝູ ມາປະກອບອາຫານກຳລັງກັບມາຢ່າງວ່ອງໄວ ເພາະໃນແງ່ຂອງຄວາມແຊບສຳລັບຄົນລຸ້ນເກົ່າ ຫຼື ລຸ້ນພໍ່ລຸ້ນແມ່ຕ່າງຮູ້ດີວ່ານໍ້າມັນໝູມີຄວາມຫອມເໝາະກັບການປຸງອາຫານຫຼາຍກວ່ານໍ້າມັນພືດ

    ແຕ່ຈະເປັນນໍ້າມັນຊະນິດໃດເພື່ອສຸຂະພາບທີ່ດີຂອງຮ່າງກາຍກໍ່ຄວນຮັບປະທານນໍ້າມັນແຕ່ພຽງພໍດີ ແລະ ອອກກຳລັງກາຍຄວບຄູ່ກັນໄປຈະດີກວ່າ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.