ອັດຕະປື ເຂັ້ມງວດ ບຸກຄົນໃດເຂົ້າ-ອອກ ໂດຍບໍ່ໄດ້ຮັບອະນຸຍາດຈະຖືກດໍາເນີນຄະດີ

    0
    443

    ແຂວງອັດຕະປື ໄດ້ເຂັ້ມງວດປະຕິບັດມາດຕະການສໍາຄັນທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ ໄດ້ລະບຸໄວ້ຢູ່ໃນແຈ້ງການສະບັບເລກທີ 140/ຄສກ, ລົງວັນທີ 21 ມິຖຸນາ 2021 ລະບຸໄວ້ວ່າ: ຫ້າມທຸກອົງການຈັດຕັ້ງ ບຸກຄົນ ຫລືນິຕິບຸກຄົນນຳເອົາຄົນຕ່າງແຂວງ, ຄົນຕ່າງປະເທດເຂົ້າມາແຂວງອັດຕະປື ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງຢ່າງເດັດຂາດ, ບຸກຄົນໃດທີ່ລັກລອບເຂົ້າ-ອອກ ໄປຕ່າງ

    ແຂວງ, ໄປຕ່າງປະເທດ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດທີ່ເອື້ອອຳນວຍຄວາມສະດວກຈະດ້ວຍຮູບການໃດກໍຕາມ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫລື ເບົາຕາມກົດໝາຍທີ່ກຳນົດໄວ້, ພ້ອມທັງຫ້າມທຸກໆອົງການຈັດຕັ້ງ ບຸກຄົນ ຫລື ນິຕິບຸກຄົນ ໄປໂຄສະນາ ຫລື ປັ່ນປ່ວນ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫລີກ ຕໍ່ກັບຂ່າວທີ່ບໍ່ມີຄວາມຈິງ, ຂ່າວບິດເບືອນທີ່ຂັດກັບການນໍາພາ-ຊີ້ນໍາຂອງພັກ-ລັດ ຢ່າງເດັດຂາດ ແລະ ມອບໃຫ້ຄະນະສະເພາະກິດ

    ຂັ້ນເມືອງ ຊີ້ນໍາອົງການປົກຄອງບ້ານໃຊ້ມາດຕະການເຂັ້ມງວດ ທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍ ພ້ອມຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫລື ເບົາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ສໍາລັບປະຊາຊົນທີ່ມີຄວາມຈໍາເປັນແທ້ຈິງ ທີ່ຕ້ອງການຈະເດີນທາງເຂົ້າ-ອອກ ແຂວງອັດຕະປື ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະ

    ກິດຂັ້ນແຂວງ ພ້ອມທັງປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໄລຍະເວລາຂອງການເດີນທາງເຂົ້າ-ອອກ ແຂວງ ໃຫ້ປະຕິບັດນັບແຕ່ເວລາ 6:00-20:00 ໂມງ, ສຳລັບແຂວງທີ່ບໍ່ມີການຕິດເຊື້ອ ແມ່ນສາມາດເດີນທາງເຂົ້າ-ອອກໄດ້ແຕ່ຕ້ອງໄດ້ຮັບການສັກວັກຊີນ 2 ເຂັມຂຶ້ນໄປ ແລະ ໄດ້ຮັບ

    ອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.ເຊິ່ງການອອກມາດຕະການ ແລະ ຂໍ້ຫ້າມດັ່ງກ່າວ ກໍເພື່ອສືບຕໍ່ປະຕິບັດບັນດາມາດຕະໃນການປ້ອງ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 21 ຫາ 4 ກໍລະກົດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດຢູ່ພາຍໃນແຂວງ ທັງເປັນການປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ ອັດຕະປື .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.